YouVersion Logo
Search Icon

ອົບພະຍົບ 31

31
ພວກ​ຊ່າງສີມື​ທີ່​ສ້າງ​ຫໍເຕັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ
(ອພຍ 35:30–36:1)
1ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, 2“ເຮົາ​ໄດ້​ເລືອກ​ເອົາ​ເບຊາເລນ ລູກຊາຍ​ຂອງ​ອູຣິ ແລະ​ຫລານຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ 3ໃຫ້​ໄດ້​ຮັບ​ຣິດອຳນາດ​ຂອງເຮົາ. ເຮົາ​ໄດ້​ໃຫ້​ລາວ​ມີ​ສະຕິປັນຍາ, ຄວາມ​ເຂົ້າໃຈ ແລະ​ຄວາມ​ສາມາດ​ໃນ​ວິຊາການ​ດ້ານ​ສີລະປະກຳ​ທຸກໆ​ຢ່າງ 4ສຳລັບ​ວາງແຜນ​ແລະ​ອອກແບບ​ຢ່າງ​ລະອຽດ​ໃນ​ການ​ເຮັດ​ເຄື່ອງ​ຄຳ, ເງິນ ແລະ​ທອງສຳຣິດ; 5ສຳລັບ​ເຈຍລະໄນ​ພອຍ​ຕ່າງໆ​ເພື່ອ​ຝັງ​ລົງ​ໃນ​ກະໂບກ; ສຳລັບ​ແກະສະຫລັກ​ໄມ້ ແລະ​ສຳລັບ​ວິຊາການ​ໃນ​ວຽກງານ​ສີລະປະກຳ​ຊະນິດ​ອື່ນໆ​ອີກ. 6ເຮົາ​ໄດ້​ເລືອກ​ເອົາ​ໂອໂຮລີອາບ ລູກຊາຍ​ຂອງ​ອາຮີສາມັກ​ຈາກ​ເຜົ່າ​ດານ​ຄືກັນ ເພື່ອ​ໃຫ້​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ເບຊາເລນ. ເຮົາ​ໄດ້​ໃຫ້​ພວກ​ຊ່າງສີມື​ຄົນອື່ນໆ​ມີ​ສະຕິປັນຍາ​ຄືກັນ ເພື່ອ​ວ່າ​ພວກເຂົາ​ຈະ​ສາມາດ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ​ເຊັ່ນ: 7ຫໍເຕັນ​ບ່ອນ​ຊຸມນຸມ, ຫີບ​ພັນທະສັນຍາ​ພ້ອມ​ທັງ​ຝາອັດ, ເຄື່ອງ​ປະກອບ​ທຸກໆ​ຊະນິດ​ຂອງ​ຫໍເຕັນ, 8ໂຕະ​ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ໂຕະ, ຫລັກ​ຕະກຽງ​ເປັນ​ຄຳສົດ ແລະ​ເຄື່ອງໃຊ້​ປະຈຳ​ຕະກຽງ, ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ, 9ແທ່ນ​ສຳລັບ​ເຜົາ​ເຄື່ອງ​ຖວາຍບູຊາ ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ແທ່ນ, ຂັນ​ແລະ​ພານທອງ, 10ເຄື່ອງ​ສະຫງ່າງາມ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຂອງ​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ໃສ່​ໃນ​ເວລາ​ພວກເຂົາ​ເຂົ້າ​ມາ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. 11ສ່ວນ​ນໍ້າມັນ​ສັກສິດ ແລະ​ເຄື່ອງຫອມ​ເພື່ອ​ຖວາຍ​ສຳລັບ​ສະຖານທີ່​ບໍຣິສຸດ​ນັ້ນ ຈົ່ງ​ໃຫ້​ພວກເຂົາ​ເຮັດ​ຢ່າງ​ຖືກຕ້ອງ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ທຸກປະການ.”
ວັນ​ຊະບາໂຕ​ເປັນ​ວັນ​ພັກຜ່ອນ
12-13ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ. ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ຈົ່ງ​ນັບຖື​ວັນ​ຊະບາໂຕ​ເປັນ​ວັນ​ພັກຜ່ອນ​ຂອງເຮົາ ເພາະ​ມັນ​ແມ່ນ​ໝາຍສຳຄັນ​ລະຫວ່າງ​ເຈົ້າ​ແລະ​ເຮົາ​ສືບໄປ​ເປັນນິດ ເພື່ອ​ສະແດງ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ໄດ້​ຮັບ​ເອົາ​ພວກເຈົ້າ​ມາ​ເປັນ​ປະຊາຊົນ​ຂອງເຮົາ. 14ຈົ່ງ​ຮັກສາ​ວັນ​ພັກຜ່ອນ​ນີ້ ເພາະ​ເປັນ​ວັນ​ສັກສິດ. ຜູ້ໃດ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ. 15ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ໃນ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ໃຫ້​ຖື​ເປັນ​ວັນ​ພັກຜ່ອນ​ເພື່ອ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ເຮັດ​ວຽກ​ໃນວັນນີ້ ຜູ້ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ. 16ໃຫ້​ປະຊາຊົນ​ອິດສະຣາເອນ​ຢຶດຖື​ວັນ​ຊະບາໂຕ ຕະຫຼອດ​ຊົ່ວ​ອາຍຸ​ຂອງ​ພວກເຂົາ ໃຫ້​ເປັນ​ພັນທະສັນຍາ​ອັນ​ຕະຫຼອດ​ໄປ. 17ມັນ​ເປັນ​ໝາຍສຳຄັນ​ລະຫວ່າງ​ປະຊາຊົນ​ອິດສະຣາເອນ​ກັບ​ເຮົາ​ຕະຫລອດໄປ ເພາະວ່າ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ​ໃນ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະອົງ​ໄດ້​ຢຸດ​ກິດຈະການ​ທັງໝົດ​ແລະ​ພັກຜ່ອນ.”
18ເມື່ອ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ ພຣະອົງ​ໄດ້​ເອົາ​ຫີນ​ສອງ​ແຜ່ນ ຊຶ່ງ​ໄດ້​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຊຶ່ງ​ຂຽນ​ໂດຍ​ພຣະຫັດ(ມື)​ຂອງ​ພຣະເຈົ້າ​ເອງ​ນັ້ນ ຍື່ນໃຫ້​ໂມເຊ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in