“ເຮົາໄດ້ເລືອກເອົາເບຊາເລນ ລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣຈາກເຜົ່າຢູດາ ໃຫ້ໄດ້ຮັບຣິດອຳນາດຂອງເຮົາ. ເຮົາໄດ້ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ ແລະຄວາມສາມາດໃນວິຊາການດ້ານສີລະປະກຳທຸກໆຢ່າງ ສຳລັບວາງແຜນແລະອອກແບບຢ່າງລະອຽດໃນການເຮັດເຄື່ອງຄຳ, ເງິນ ແລະທອງສຳຣິດ; ສຳລັບເຈຍລະໄນພອຍຕ່າງໆເພື່ອຝັງລົງໃນກະໂບກ; ສຳລັບແກະສະຫລັກໄມ້ ແລະສຳລັບວິຊາການໃນວຽກງານສີລະປະກຳຊະນິດອື່ນໆອີກ.