YouVersion Logo
Search Icon

ອົບພະຍົບ 28

28
ເຄື່ອງ​ແຕ່ງກາຍ​ຂອງ​ປະໂຣຫິດ
(ອພຍ 39:1-7)
1“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. 2ຈົ່ງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ແກ່​ອາໂຣນ​ອ້າຍ​ຂອງ​ເຈົ້າ ໃຫ້​ສົມກຽດ​ແລະ​ສະຫງ່າງາມ. 3ໃຫ້​ເອີ້ນ​ຊ່າງ​ທີ່​ມີ​ສີ​ມື​ທັງໝົດ ຄື​ຜູ້​ທີ່​ເຮົາ​ໄດ້​ໃຫ້​ຄວາມ​ສາມາດ​ພິເສດ​ແກ່​ພວກເຂົາ​ນັ້ນ​ມາ ແລະ​ບອກ​ພວກເຂົາ​ເຮັດ​ເຄື່ອງນຸ່ງ​ໃຫ້​ອາໂຣນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖວາຍ​ຊີວິດ​ຂອງ​ລາວ ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. 4ຈົ່ງ​ບອກ​ພວກເຂົາ​ໃຫ້​ເຮັດ​ແຜ່ນ​ປົກເອິກ, ເສື້ອຄຸມ​ສັ້ນ​ເອໂຟດ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ເສື້ອຄຸມ​ຍາວ​ມີ​ແຂນ, ໝວກ​ສຸບ ແລະ​ຜ້າ​ຮັດ​ແອວ. ພວກເຂົາ​ຕ້ອງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ເຫຼົ່ານີ້​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. 5ຈົ່ງ​ໃຫ້​ພວກ​ຊ່າງສີມື​ໃຊ້​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ​ເຮັດ​ເຄື່ອງ​ເຫຼົ່ານີ້.
6ຈົ່ງ​ໃຫ້​ພວກເຂົາ​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ​ນີ້​ດ້ວຍ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ. 7ຜ້າ​ສອງ​ຕ່ອນ​ທີ່​ບ່າໄຫລ່​ຂອງ​ເສື້ອ​ນັ້ນ ຈົ່ງ​ໃຫ້​ຫຍິບ​ຕິດ​ກັນ​ກັບ​ຂ້າງ​ເສື້ອ​ທັງສອງ. 8ສ່ວນ​ສາຍ​ຮັດ​ນັ້ນ ຈົ່ງ​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ​ຊະນິດ​ດຽວກັນ​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ຫຍິບ​ຕິດ​ກັບ​ເສື້ອ​ເລີຍ. 9ຈົ່ງ​ໃຊ້​ແກ້ວໂກເມນ​ສອງ​ແຜ່ນ ຈາລຶກ​ຊື່​ຂອງ​ລູກຊາຍ​ສິບສອງ​ຄົນ​ຂອງ​ຢາໂຄບ 10ຕາມ​ລຳດັບ​ການ​ເກີດ ໂດຍ​ຫົກ​ຊື່​ທຳອິດ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ໜຶ່ງ ແລະ​ອີກ​ຫົກ​ຊື່​ຫລັງ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ສອງ. 11ຈົ່ງ​ໃຫ້​ຊ່າງ​ແກະສະຫລັກ​ຜູ້​ທີ່​ຊຳນິ​ຊຳນານ ຈາລຶກ​ຊື່​ລູກຊາຍ​ສິບສອງ​ຄົນ​ຂອງ​ຢາໂຄບ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ເຮັດ​ຂອບ​ຄຳ​ໃສ່​ແຜ່ນ​ຫີນ​ນັ້ນ. 12ຫີນ​ສອງ​ແຜ່ນ​ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ຈົ່ງ​ໃຫ້​ຕິດ​ໃສ່​ໄວ້​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ​ເລີຍ​ທີ່​ເທິງ​ບ່າໄຫລ່. ດ້ວຍເຫດນີ້ ອາໂຣນ​ຈຶ່ງ​ຈະ​ຖື​ຊື່​ຂອງ​ພວກເຂົາ​ໄວ້​ເທິງ​ບ່າໄຫລ່​ຂອງຕົນ ເພື່ອ​ເປັນ​ທີ່ລະນຶກ​ຕໍ່ໜ້າ​ພຣະເຈົ້າຢາເວ. 13ຈົ່ງ​ເຮັດ​ກະໂບກ​ຄຳ​ສອງ​ອັນ 14ແລະ​ຕີ​ສາຍສ້ອຍ​ຄຳສົດ​ສອງ​ເສັ້ນ ຖັກ​ກ້ຽວ​ກັນ​ຄື​ກັບ​ເສັ້ນ​ເຊືອກ ແລະ​ມັດ​ຕິດ​ໄວ້​ກັບ​ກະໂບກ​ຄຳ​ນັ້ນ.”
ແຜ່ນ​ປົກເອິກ
(ອພຍ 39:8-21)
15“ຈົ່ງ​ເຮັດ​ແຜ່ນ​ປົກເອິກ​ໃຫ້​ປະໂຣຫິດ ເພື່ອ​ໃຊ້​ໃນ​ການ​ຕັດສິນ​ພຣະປະສົງ​ຂອງ​ພຣະເຈົ້າ. ໃຫ້​ໃຊ້​ຜ້າ​ແບບ​ດຽວກັນ​ກັບ​ຜ້າ​ທີ່​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ ພ້ອມ​ກັບ​ຕົບແຕ່ງ​ຢ່າງ​ດຽວກັນ​ດ້ວຍ. 16ສ່ວນ​ແຜ່ນ​ປົກເອິກ​ນັ້ນ ຈົ່ງ​ເຮັດ​ເປັນ​ສີ່​ຫລ່ຽມ​ມົນທົນ ພັບ​ທາງ​ກາງ​ໄດ້; ແຕ່ລະ​ຂ້າງ​ໃຫ້​ມີ​ຊາວສອງ​ເຊັນ. 17ແລ້ວ​ຈົ່ງ​ໃຫ້​ຝັງ​ແກ້ວ​ສີ່​ແຖວ​ໃສ່​ຕາມ​ແຜ່ນ​ປົກເອິກ​ນັ້ນ​ຄື: ໃນ​ແຖວ​ທີ​ໜຶ່ງ​ໃຫ້​ຝັງ​ທັບທິມ, ພອຍເຫລືອງ, ໂກເມນ; 18ໃນ​ແຖວ​ທີ​ສອງ​ໃຫ້​ຝັງ​ມໍຣະກົດ, ໄພທູນ ແລະ​ເພັດ; 19ໃນ​ແຖວ​ທີ​ສາມ​ໃຫ້​ຝັງ​ນິນ, ໂມຣາ ແລະ​ເພທາຍ​ສີມ່ວງ; 20ສ່ວນ​ຢູ່​ໃນ​ແຖວ​ທີ​ສີ່​ນັ້ນ​ໃຫ້​ຝັງ​ເພທາຍ, ພອຍສີແດງໃສ ແລະ​ມະນີໂຊດ. ແກ້ວ​ທັງໝົດ​ນີ້​ໃຫ້​ຝັງ​ລົງ​ໃສ່​ໃນ​ກະໂບກ​ຄຳ. 21ແກ້ວ​ແຕ່ລະ​ຢ່າງ​ໃນ​ຈຳນວນ​ສິບສອງ​ຊະນິດ​ນັ້ນ ຈົ່ງ​ໃຫ້​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ໃສ່ ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ. 22ຈົ່ງ​ຕີ​ສາຍສ້ອຍ​ຄຳສົດ​ຖັກ​ກ້ຽວ​ກັນ​ຄື​ເຊືອກ ແລະ​ມັດ​ຕິດ​ກັນ​ກັບ​ແຜ່ນ​ປົກເອິກ​ນັ້ນ. 23ຈົ່ງ​ເຮັດ​ແຫວນ​ຄຳ​ສອງ​ວົງ ແລະ​ມັດ​ຕິດ​ໃສ່​ກັບ​ສົ້ນ​ເທິງ​ຂອງ​ແຜ່ນ​ປົກເອິກ 24ພ້ອມ​ທັງ​ມັດ​ສ້ອຍ​ຄຳ​ສອງ​ເສັ້ນ​ໃສ່​ກັບ​ແຫວນ​ສອງ​ວົງ​ນັ້ນ. 25ປາຍ​ສາຍສ້ອຍ​ອີກ​ສອງ​ຂ້າງ ໃຫ້​ມັດ​ຕິດ​ກັບ​ກະໂບກ​ຄຳ. ດ້ວຍ​ວິທີ​ນີ້ ມັນ​ຈຶ່ງ​ຖືກ​ມັດ​ຕິດ​ໄວ້​ທາງ​ໜ້າ​ກັບ​ສາຍ​ຮັດ​ເສື້ອຄຸມ​ສັ້ນ​ເອໂຟດ ທັງສອງ​ເບື້ອງ​ທີ່​ບ່າໄຫລ່​ໄດ້. 26ຈົ່ງ​ເຮັດ​ແຫວນ​ຄຳ​ສອງ​ວົງ​ແລະ​ມັດ​ເປັນ​ຫູ​ຕິດ​ໄວ້ ທີ່​ແຈ​ລຸ່ມ​ທັງສອງ​ຂ້າງ​ຂອງ​ແຜ່ນ​ປົກເອິກ​ທາງ​ໃນ ທີ່​ຕິດ​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ. 27ຈົ່ງ​ເຮັດ​ແຫວນ​ຄຳ​ອີກ​ສອງ​ວົງ​ຜູກ​ຕິດ​ກັນ​ກັບ​ທາງ​ລຸ່ມ​ຂອງ​ສາຍ​ດຶງ ທັງສອງ​ຂ້າງ​ທາງ​ໜ້າ​ບ່າໄຫລ່​ຂອງ​ເສື້ອຄຸມ​ສັ້ນ​ເອໂຟດ ທີ່​ໃກ້​ກັບ​ສາຍ​ດຶງ​ແລະ​ເທິງ​ສາຍ​ແອວ​ປ່ານ​ນັ້ນ. 28ໃຫ້​ຜູກ​ຫູ​ແຜ່ນ​ປົກເອິກ​ຕິດ​ກັບ​ຫູ​ເສື້ອຄຸມ​ສັ້ນ​ເອໂຟດ​ດ້ວຍ​ເຊືອກ​ສີຟ້າ ເພື່ອ​ໃຫ້​ແຜ່ນ​ປົກເອິກ​ຮັດ​ຕິດ​ກັບ​ເອິກ​ທີ່​ເທິງ​ສາຍແອວ ແລະ​ບໍ່​ໃຫ້​ມັນ​ຫລຸດ​ລົງ​ມາ​ໄດ້.
29ເມື່ອ​ອາໂຣນ​ເຂົ້າ​ໄປ​ສະຖານທີ່​ສັກສິດ ລາວ​ຈະ​ໃສ່​ແຜ່ນ​ປົກເອິກ ຊຶ່ງ​ຈາລຶກ​ຊື່​ຂອງ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ກໍ​ເພື່ອ​ວ່າ​ຈະ​ເປັນ​ທີ່ລະນຶກ​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໆໄປ. 30ຈົ່ງ​ໃສ່​ອຸຣິມ​ແລະ​ທຸມມິມ ໄວ້​ໃນ​ແຜ່ນ​ປົກເອິກ​ແຫ່ງ​ການ​ພິພາກສາ ແລະ​ຂອງ​ສອງ​ສິ່ງນີ້​ຈະ​ຢູ່​ທີ່​ຫົວໃຈ​ຂອງ​ອາໂຣນ ເມື່ອ​ລາວ​ເຂົ້າ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ. ອາໂຣນ​ຈະ​ຮັບ​ພາລະ​ການ​ພິພາກສາ​ປະຊາຊົນ​ອິດສະຣາເອນ​ໄວ້​ທີ່​ຫົວໃຈ​ຂອງ​ຕົນ​ສະເໝີ​ຕໍ່ໜ້າ​ພຣະເຈົ້າຢາເວ.”
ເຄື່ອງ​ແຕ່ງກາຍ​ຊະນິດ​ອື່ນໆ​ຂອງ​ປະໂຣຫິດ
(ອພຍ 39:22-31)
31“ເສື້ອຄຸມ​ຍາວ​ບໍ່ມີ​ແຂນ​ທີ່​ຢູ່​ລຸ່ມ​ເສື້ອຄຸມ​ສັ້ນ​ເອໂຟດ​ນັ້ນ ຈົ່ງ​ໃຫ້​ເຮັດ​ດ້ວຍ​ຜ້າ​ຂົນແກະ​ສີຟ້າ​ໝົດ​ທັງ​ໂຕ. 32ຈົ່ງ​ຫຍິບ​ເປັນ​ເສື້ອ​ຄໍສຸບ​ທັງ​ລຽບ​ຕາມ​ຄໍ. ເສື້ອ​ນີ້​ໃຫ້​ແນບ​ດ້ວຍ​ຜ້າ​ໜາ​ເພື່ອ​ບໍ່​ໃຫ້​ຂາດ​ງ່າຍ. 33-34ທີ່​ຕີນ​ຂອງ​ເສື້ອຄຸມ ໃຫ້​ປັກ​ຮູບ​ໝາກພີລາ​ດ້ວຍ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ ສັບ​ກັນ​ໄປ​ກັບ​ໝາກ​ກະດິ່ງ​ຄຳ. 35ຈົ່ງ​ໃຫ້​ອາໂຣນ​ໃສ່​ເສື້ອຄຸມ​ນີ້ ເມື່ອ​ລາວ​ເຂົ້າ​ໄປ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. ເມື່ອ​ລາວ​ເຂົ້າ​ມາ​ຫາ​ເຮົາ​ໃນ​ບ່ອນ​ສັກສິດ​ຕໍ່ໜ້າ​ພຣະເຈົ້າຢາເວ ຫລື​ເມື່ອ​ລາວ​ອອກ​ໄປ ໝາກ​ກະດິ່ງ​ຈະ​ດັງ​ຂຶ້ນ ແລະ​ລາວ​ກໍ​ຈະ​ບໍ່​ຕາຍ.
36ຈົ່ງ​ເຮັດ​ເຄື່ອງ​ປະດັບ​ດ້ວຍ​ຄຳສົດ ແລະ​ຈາລຶກ​ຊື່​ໃສ່​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ.’ 37ຈົ່ງ​ມັດ​ເຄື່ອງ​ປະດັບ​ນັ້ນ​ດ້ວຍ​ເຊືອກ​ສີຟ້າ​ຕິດ​ທາງ​ໜ້າ​ໝວກ. 38ຈົ່ງ​ໃຫ້​ອາໂຣນ​ໃສ່​ເຄື່ອງ​ປະດັບ​ນັ້ນ​ປິ່ນ​ມາ​ທາງ​ໜ້າ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ຮັບ​ເອົາ​ການ​ຖວາຍ​ທຸກຢ່າງ ທີ່​ປະຊາຊົນ​ອິດສະຣາເອນ​ຖວາຍ ເຖິງ​ແມ່ນ​ວ່າ​ປະຊາຊົນ​ໄດ້​ເຮັດ​ຜິດ​ບາງສິ່ງ​ບາງຢ່າງ​ໃນ​ການ​ຖວາຍ​ກໍຕາມ.
39ຈົ່ງ​ຫຍິບ​ເສື້ອຄຸມ​ຍາວ​ມີ​ແຂນ​ຂອງ​ອາໂຣນ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ໝວກ​ສຸບ​ກໍ​ໃຫ້​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຄື​ກັນ. ສ່ວນ​ສາຍແອວ​ນັ້ນ​ກໍ​ເຊັ່ນດຽວ​ກັນ ຈົ່ງ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ສວຍງາມ.
40ຈົ່ງ​ຫຍິບ​ເສື້ອຄຸມ, ສາຍ​ຮັດ​ແອວ ແລະ​ໝວກ​ສຸບ​ໃຫ້​ພວກ​ລູກຊາຍ​ຂອງ​ອາໂຣນ​ເຊັ່ນດຽວ​ກັນ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ກຽດ​ແລະ​ສະຫງ່າງາມ. 41ເຈົ້າ​ຈົ່ງ​ນຸ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ. ແລ້ວ​ຈົ່ງ​ແຕ່ງຕັ້ງ​ແລະ​ອຸທິດ​ຖວາຍ​ພວກເຂົາ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ທີ່​ເຮັດ​ດ້ວຍ​ໝາກກອກເທດ​ຫົດສົງ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ. 42ຈົ່ງ​ຫຍິບ​ສົ້ງ​ຂາສັ້ນ​ດ້ວຍ​ຜ້າປ່ານ​ໃຫ້​ພວກເຂົາ ໃຫ້​ຍາວ​ຕັ້ງແຕ່​ແອວ​ລົງ​ມາ​ຮອດ​ຂາ​ໂຕ້ ເພື່ອ​ປົກປິດ​ຕົວ​ຂອງ​ພວກເຂົາ. 43ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in