ຈົ່ງບອກພວກເຂົາໃຫ້ເຮັດແຜ່ນປົກເອິກ, ເສື້ອຄຸມສັ້ນເອໂຟດ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມຍາວມີແຂນ, ໝວກສຸບ ແລະຜ້າຮັດແອວ. ພວກເຂົາຕ້ອງເຮັດເຄື່ອງປະຈຳຕຳແໜ່ງປະໂຣຫິດເຫຼົ່ານີ້ໃຫ້ອາໂຣນອ້າຍຂອງເຈົ້າ ແລະພວກລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.