YouVersion Logo
Search Icon

ເອເຟໂຊ 4

4
ຄວາມ​ເປັນ​ອັນໜຶ່ງ​ອັນດຽວກັນ​ທີ່​ພຣະວິນຍານ​ຊົງ​ປະທານ​ໃຫ້
1ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ 2ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ. 3ຈົ່ງ​ພຽນ​ພະຍາຍາມ​ເອົາ​ສັນຕິສຸກ​ຜູກມັດ ເພື່ອ​ຮັກສາ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈດຽວກັນ ຊຶ່ງ​ພຣະວິນຍານ​ຊົງ​ປະທານ​ໃຫ້​ນັ້ນ. 4ມີ​ຮ່າງກາຍ​ດຽວ ແລະ​ມີ​ພຣະວິນຍານ​ອົງ​ດຽວ ມີ​ຄວາມຫວັງ​ໃຈ​ອັນ​ດຽວ ໃນ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ແລ້ວ​ນັ້ນ. 5ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ມີ​ຄວາມເຊື່ອ​ດຽວ ແລະ ມີ​ບັບຕິສະມາ​ດຽວ, 6ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ ຜູ້​ຊົງ​ສະຖິດ​ຢູ່​ເທິງ​ຄົນ​ທັງປວງ, ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.
7ແຕ່​ວ່າ​ພຣະຄຸນ​ນັ້ນ ຊົງ​ໂຜດ​ປະທານ​ແກ່​ເຮົາ​ທຸກໆ​ຄົນ ຕາມ​ຂອງ​ພຣະຣາຊທານ​ທີ່​ພຣະຄຣິດ​ໄດ້​ຊົງ​ກຳນົດ​ໄວ້. 8ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ເມື່ອ​ພຣະອົງ​ໄດ້​ສະເດັດ​ຂຶ້ນ​ໄປ​ເຖິງ​ທີ່​ສູງສຸດ
ໄດ້​ຊົງ​ນຳ​ພວກ​ຊະເລີຍ​ໄປ​ດ້ວຍ
ແລະ ຊົງ​ໂຜດ​ຂອງ​ປະທານ​ຕ່າງໆ​ໃຫ້
ແກ່​ມວນ​ມະນຸດ​ສະໂລກ.”
9ທີ່​ກ່າວ​ວ່າ, “ພຣະອົງ​ໄດ້​ສະເດັດ​ຂຶ້ນ​ເມືອ” ນັ້ນ ຈະ​ໝາຍ​ຄວາມ​ຢ່າງ​ອື່ນ​ບໍ່ໄດ້ ນອກຈາກ​ວ່າ​ພຣະອົງ​ໄດ້​ສະເດັດ​ລົງ​ໄປ​ສູ່​ເບື້ອງ​ຕໍ່າ​ຂອງ​ແຜ່ນດິນ​ໂລກ​ແລ້ວ​ດ້ວຍ. 10ພຣະອົງ​ຜູ້​ສະເດັດ​ລົງ​ໄປ​ນັ້ນ ກໍ​ຄື​ພຣະອົງ​ຜູ້​ທີ່​ໄດ້​ສະເດັດ​ຂຶ້ນ​ເມືອ​ສູ່​ທີ່​ສູງ ເໜືອ​ຟ້າ​ສະຫວັນ​ທັງປວງ ເພື່ອ​ຈະ​ໄດ້​ສະຖິດ​ຢູ່​ເຕັມ​ທົ່ວ​ຈັກກະວານ. 11ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ. 12ເພື່ອ​ຈັດຕຽມ​ໄພ່ພົນ​ທັງຫລາຍ​ຂອງ​ພຣະອົງ ໃຫ້​ເປັນ​ຜູ້ຮັບໃຊ້​ທີ່​ເໝາະສົມ ເພື່ອ​ເສີມສ້າງ​ພຣະກາຍ​ຂອງ​ພຣະຄຣິດ​ໃຫ້​ຈະເລີນ​ຂຶ້ນ. 13ຈົນກວ່າ​ເຮົາ​ທຸກຄົນ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ​ໃນ​ຄວາມເຊື່ອ ແລະ​ໃນ​ຄວາມຮູ້​ເຖິງ​ເລື່ອງ​ພຣະບຸດ​ຂອງ​ພຣະເຈົ້າ ຈົນກວ່າ​ເຮົາ​ຈະ​ເປັນ​ຄົນ​ໃຫຍ່​ເຕັມ​ສ່ວນ ຄື​ເຕັມ​ເຖິງ​ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະຄຣິດ, 14ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ. 15ແຕ່​ໃຫ້​ພວກເຮົາ​ຢຶດເອົາ​ຄວາມຈິງ​ດ້ວຍ​ໃຈ​ຮັກ ເພື່ອ​ພວກເຮົາ​ຈະ​ໄດ້​ຈະເລີນ​ຂຶ້ນ​ທຸກ​ດ້ານ​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ. 16ເນື່ອງ​ຈາກ​ພຣະອົງ​ນັ້ນ ຮ່າງກາຍ​ທັງ​ສິ້ນ​ທີ່​ຕິດ​ຕໍ່​ສະໜິດ​ແລະ​ຜູກພັນ​ກັນ ໂດຍ​ທຸກໆ​ຂໍ້ຕໍ່​ທີ່​ຊົງ​ປະທານ ຮ່າງກາຍ​ຈຶ່ງ​ໄດ້​ຈະເລີນ​ໃຫຍ່​ຂຶ້ນ​ດ້ວຍ​ຄວາມຮັກ ເມື່ອ​ອະໄວຍະວະ​ທຸກ​ສ່ວນ​ເຮັດ​ໜ້າທີ່​ຕາມ​ຄວາມ​ເໝາະສົມ​ແລ້ວ.
ຊີວິດ​ໃໝ່​ໃນ​ພຣະຄຣິດ
17ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ຢືນຢັນ ແລະ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ທັງຫລາຍ​ຢ່າ​ດຳເນີນ​ຊີວິດ​ຕາມ​ຢ່າງ​ຄົນຕ່າງຊາດ​ທີ່​ເຂົາ​ດຳເນີນ​ນັ້ນ ຄື​ດ້ວຍ​ໃຈ​ໂງ່​ອັນ​ຫາ​ປະໂຫຍດ​ບໍ່ໄດ້. 18ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ. 19ພວກເຂົາ​ບໍ່ມີ​ຄວາມ​ຮູ້ສຶກ​ຢ້ານກົວ​ຕໍ່​ບາບ ຈຶ່ງ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ໂລພາ​ຕັນຫາ ເພື່ອ​ເຮັດ​ການ​ຊົ່ວຮ້າຍ​ທຸກຢ່າງ​ໂດຍ​ສຸດ​ຄວາມ​ປາຖະໜາ.
20ແຕ່​ວ່າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຮຽນ​ຮູ້ຈັກ​ພຣະຄຣິດ​ຢ່າງ​ນັ້ນ, 21ຖ້າ​ແມ່ນ​ວ່າ​ພວກເຈົ້າ​ໄດ້ຍິນ​ເລື່ອງ​ພຣະອົງ ແລະ​ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູເຈົ້າ​ແລ້ວ. 22ພວກເຈົ້າ​ຈົ່ງ​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ຂອງຕົນ ຊຶ່ງ​ຄູ່​ກັບ​ວິຖີ​ຊີວິດ​ເດີມ​ນັ້ນ​ເສຍ ທີ່​ກຳລັງ​ເສື່ອມເສຍ​ໄປ​ສູ່​ຄວາມ​ຕາຍ ຕາມ​ຕັນຫາ​ອັນ​ເປັນ​ທີ່​ຫລອກລວງ​ນັ້ນ. 23ແລະ​ຈົ່ງ​ໃຫ້​ວິນຍານຈິດ​ຂອງ​ເຈົ້າ​ຖືກ​ຊົງ​ຕັ້ງ​ຂຶ້ນ​ໃໝ່. 24ແລະ​ໃຫ້​ເຈົ້າ​ທັງຫລາຍ​ສວມ​ສະພາບ​ມະນຸດ​ໃໝ່ ຊຶ່ງ​ຊົງ​ສ້າງ​ຂຶ້ນ​ໃໝ່​ຕາມ​ແບບ​ພຣະ​ລັກສະນະ​ຂອງ​ພຣະເຈົ້າ ໃນ​ຄວາມ​ຊອບທຳ​ແລະ​ຄວາມ​ບໍຣິສຸດ​ທີ່​ແທ້ຈິງ.
25ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ. 26ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ. 27ຢ່າ​ປ່ອຍ​ໂອກາດ​ໃຫ້​ມານ. 28ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ. 29ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ, ແຕ່​ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຈະ​ຊ່ວຍ​ໃຫ້​ຈະເລີນ​ຂຶ້ນ ແລະ​ໃຫ້​ເໝາະສົມ​ກັບ​ຄວາມ​ຕ້ອງການ ເພື່ອ​ຖ້ອຍຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຜູ້​ທີ່​ໄດ້ຍິນ​ໄດ້​ຟັງ. 30ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ. 31ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ. 32ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in