ດານີເອນ 9
9
ດານີເອນພາວັນນາອະທິຖານເພື່ອປະຊົນຊົນຂອງຕົນ
1ດາຣິອຸດຄົນເມເດຍລູກຊາຍຂອງເຊເຊັດ ໄດ້ປົກຄອງອານາຈັກບາບີໂລນໃນປີທຳອິດ. 2ຂ້າພະເຈົ້າໄດ້ເຂົ້າໃຈຈຳນວນປີໃນໜັງສືຕ່າງໆທີ່ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໄວ້ກັບຜູ້ທຳນວາຍເຢເຣມີຢາວ່າ ນະຄອນເຢຣູຊາເລັມຕ້ອງຕົກໃນສະພາບຮົກຮ້າງເພພັງເປັນເວລາເຈັດສິບປີ. 3ຂ້າພະເຈົ້າຕັ້ງໜ້າພາວັນນາອະທິຖານຂໍຕໍ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ, ຖືສິນອົດອາຫານ, ນຸ່ງເສື້ອຜ້າກະສອບເຂົ້າ ແລະນັ່ງໃນຂີ້ເຖົ່າໄຟ. 4ຂ້າພະເຈົ້າພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ແລະສາລະພາບການບາບວ່າ,
“ຂ້າແດ່ອົງພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ສູງສຸດ ແລະພຣະເຈົ້າທີ່ໜ້າຢຳເກງຢ້ານກົວ. ພຣະອົງເຮັດຕາມພັນທະສັນຍາຂອງພຣະອົງ ແລະສຳແດງຄວາມຮັກອັນໝັ້ນຄົງຕໍ່ຜູ້ທີ່ຮັກພຣະອົງ ແລະຕໍ່ຜູ້ທີ່ປະຕິບັດຕາມຄຳສັ່ງຂອງພຣະອົງ.
5ພວກຂ້ານ້ອຍເຮັດບາບ, ເຮັດຊົ່ວ ແລະເຮັດຜິດ. ພວກຂ້ານ້ອຍບໍ່ໄດ້ເຮັດຕາມທີ່ພຣະອົງສັ່ງໃຫ້ເຮັດ ແລະໄດ້ປະຕິເສດສິ່ງຖືກຕ້ອງທີ່ພຣະອົງສຳແດງໃຫ້ເຫັນ. 6ພວກຂ້ານ້ອຍບໍ່ໄດ້ຍອມຟັງຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງພຣະອົງຜູ້ທີ່ເວົ້າໃນນາມຂອງພຣະອົງຕໍ່ບັນດາກະສັດບັນດາຜູ້ປົກຄອງ ບັນດາບັນພະບຸລຸດຂອງພວກຂ້ານ້ອຍ ແລະຊົນຊາດທັງໝົດຂອງພວກຂ້ານ້ອຍ. 7ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງກະທຳໃນສິ່ງທີ່ຍຸດຕິທຳສະເໝີ; ແຕ່ພວກຂ້ານ້ອຍໄດ້ນຳເອົາແຕ່ຄວາມເສື່ອມເສຍ ມາສູ່ພວກຂ້ານ້ອຍເອງຢູ່ເລື້ອຍ. ດັ່ງໃນກໍລະນີທີ່ພວກຂ້ານ້ອຍທັງໝົດຄືຜູ້ທີ່ຢູ່ໃນແຂວງຢູດາຍ, ໃນນະຄອນເຢຣູຊາເລັມ, ຕະຫລອດທັງຊາວອິດສະຣາເອນ ທີ່ພຣະອົງໄດ້ໃຫ້ກະຈັດກະຈາຍໄປໃນປະເທດໃກ້ແລະໄກ ຍ້ອນພວກເຂົາບໍ່ສັດຊື່ຕໍ່ພຣະອົງ. 8ຂ້າແດ່ພຣະເຈົ້າຢາເວ ບັນດາກະສັດ, ພວກຜູ້ປົກຄອງ ແລະພວກບັນພະບຸລຸດຂອງພວກຂ້ານ້ອຍ ໄດ້ເຮັດໃນສິ່ງທີ່ໜ້າອັບອາຍ ແລະເຮັດບາບຕໍ່ສູ້ພຣະອົງ. 9ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍອົງຊົງເມດຕາແລະໃຫ້ອະໄພແກ່ພວກຂ້ານ້ອຍ ເຖິງແມ່ນວ່າພວກຂ້ານ້ອຍໄດ້ກະບົດຕໍ່ສູ້ພຣະອົງກໍຕາມ. 10ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ເມື່ອພຣະອົງບອກໃຫ້ພວກຂ້ານ້ອຍ ເຮັດຕາມກົດລະບຽບຕ່າງໆທີ່ພຣະອົງໄດ້ມອບໃຫ້ຜ່ານທາງຜູ້ທຳນວາຍ ຜູ້ຮັບໃຊ້ຂອງພຣະອົງນັ້ນ ພວກຂ້ານ້ອຍບໍ່ໄດ້ຍອມຟັງພຣະອົງ. 11ຊາວອິດສະຣາເອນທັງໝົດໄດ້ເຮັດຜິດຕໍ່ກົດລະບຽບຕ່າງໆຂອງພຣະອົງ ແລະບໍ່ຍອມຟັງສິ່ງທີ່ພຣະອົງໄດ້ບອກ. ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ; ເພາະສະນັ້ນ ພວກຂ້ານ້ອຍຈຶ່ງຖືກນຳມາສູ່ການສາບແຊ່ງ ຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ. 12ພຣະອົງໄດ້ເຮັດຕໍ່ພວກຂ້ານ້ອຍ ແລະພວກຜູ້ປົກຄອງ ຕາມທີ່ພຣະອົງໄດ້ກ່າວໄວ້. ພຣະອົງລົງໂທດນະຄອນເຢຣູຊາເລັມຮ້າຍແຮງ ກວ່າເມືອງໃດໆໃນແຜ່ນດິນໂລກ 13ໂດຍລົງໂທດພວກຂ້ານ້ອຍທຸກຢ່າງ ຕາມທີ່ໄດ້ມີກ່າວໄວ້ໃນກົດບັນຍັດຂອງໂມເຊ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ແຕ່ຈົນບັດນີ້ ພວກຂ້ານ້ອຍກໍຍັງບໍ່ໄດ້ພະຍາຍາມເຮັດໃຫ້ພຣະອົງພໍໃຈ ໂດຍຫັນໜີຈາກບາບ ຫລືໂດຍປະພຶດຕາມຄວາມຈິງຂອງພຣະອົງ. 14ດັ່ງນັ້ນ ພຣະເຈົ້າຢາເວໄດ້ຕຽມທີ່ຈະລົງໂທດພວກຂ້ານ້ອຍ ແລະພຣະອົງກໍໄດ້ປະຕິບັດຕາມນັ້ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເຮັດໃນສິ່ງທີ່ຖືກຕ້ອງສະເໝີ ແລະພວກຂ້ານ້ອຍກໍບໍ່ໄດ້ຍອມຟັງພຣະອົງ.
15ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພຣະອົງໄດ້ສຳແດງຣິດອຳນາດຂອງພຣະອົງໃຫ້ເຫັນ ໂດຍນຳເອົາປະຊາຊົນຂອງພຣະອົງອອກມາຈາກປະເທດເອຢິບ ພວກຂ້ານ້ອຍຍັງຈົດຈຳຣິດອຳນາດຂອງພຣະອົງຢູ່. ພວກຂ້ານ້ອຍໄດ້ເຮັດບາບແລະເຮັດຜິດ. 16ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ. ນະຄອນເຢຣູຊາເລັມເປັນເມືອງຂອງພຣະອົງ ແລະເປັນພູເຂົາສັກສິດຂອງພຣະອົງ. ປະເທດເພື່ອນບ້ານທັງໝົດ ຕ່າງກໍໄດ້ດູຖູກຢຽດຫຍາມນະຄອນເຢຣູຊາເລັມແລະປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍແລະການເຮັດຊົ່ວຂອງບັນພະບຸລຸດຂອງພວກຂ້ານ້ອຍ. 17ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍເອີຍ ບັດນີ້ ຂໍໂຜດຟັງຄຳພາວັນນາອະທິຖານຂໍຂອງຜູ້ຮັບໃຊ້ຂອງພຣະອົງແລະຄຳທູນຂໍຂອງເຂົາແດ່ທ້ອນ. ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ຂໍໃຫ້ພຣະພັກຂອງພຣະອົງສ່ອງແສງເໜືອພຣະວິຫານຂອງພຣະອົງທີ່ຮົກຮ້າງແລ້ວນັ້ນ. 18ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຟັງພວກຂ້ານ້ອຍ ໂຜດຫລຽວເບິ່ງພວກຂ້ານ້ອຍ ແລະໂຜດເບິ່ງຄວາມຍາກລຳບາກທີ່ພວກຂ້ານ້ອຍກຳລັງປະເຊີນຢູ່ ພ້ອມທັງຄວາມທົນທຸກໃນເມືອງທີ່ຮັບເອົານາມພຣະອົງດ້ວຍ. ພວກຂ້ານ້ອຍກຳລັງພາວັນນາອະທິຖານຫາພຣະອົງ ບໍ່ແມ່ນຍ້ອນພວກຂ້ານ້ອຍກະທຳໃນສິ່ງທີ່ຖືກຕ້ອງ ແຕ່ຍ້ອນພຣະອົງມີຄວາມເມດຕາ. 19ຂ້າແດ່ອົງພຣະຜູ້ເປັນເຈົ້າເອີຍ ໂຜດຟັງສຽງຂອງພວກຂ້ານ້ອຍດ້ວຍ! ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດຍົກໂທດໃຫ້ພວກຂ້ານ້ອຍແດ່ທ້ອນ! ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດຮັບຟັງພວກຂ້ານ້ອຍ! ແລະຮີບກະທຳການເຖີດ ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍໂຜດຢ່າຊັກຊ້າຢູ່ເລີຍ ເພາະວ່າເມືອງແລະປະຊາຊົນເຫຼົ່ານີ້ເປັນທີ່ເອີ້ນຕາມນາມຊື່ຂອງພຣະອົງ.”
ຄັບຣີເອນອະທິບາຍຖ້ອຍຄຳຂອງຜູ້ທຳນວາຍ
20ຂ້າພະເຈົ້າໄດ້ສືບຕໍ່ກ່າວ ແລະພາວັນນາອະທິຖານ ໂດຍສາລະພາບບາບຂອງຂ້າພະເຈົ້າ ແລະບາບຂອງຊາວອິດສະຣາເອນປະຊາຊົນຂອງຂ້າພະເຈົ້າ ແລະຂໍຮ້ອງຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ສຳລັບພູເຂົາອັນສັກສິດຂອງພຣະເຈົ້າຂອງຂ້າພະເຈົ້າ. 21ເມື່ອຂ້າພະເຈົ້າກຳລັງພາວັນນາອະທິຖານຢູ່ນັ້ນ ກໍມີເທວະດາຄັບຣີເອນ ຕົນທີ່ຂ້າພະເຈົ້າໄດ້ເຫັນໃນນິມິດເທື່ອທຳອິດນັ້ນ ເຫາະລົງມາສູ່ບ່ອນຂ້າພະເຈົ້າຢູ່. ພໍດີເປັນເວລາຖວາຍເຄື່ອງບູຊາໃນຕອນຄໍ່າ. 22ເພິ່ນໄດ້ອະທິບາຍວ່າ, “ດານີເອນເອີຍ ເຮົາມາທີ່ນີ້ເພື່ອຊ່ວຍເຈົ້າ ໃຫ້ເຂົ້າໃຈຖ້ອຍຄຳຂອງຜູ້ທຳນວາຍ. 23ເມື່ອເຈົ້າເລີ່ມຕົ້ນຮ້ອງຂໍຕໍ່ພຣະເຈົ້າ ພຣະອົງກໍຕອບເຈົ້າ. ພຣະອົງຮັກເຈົ້າ; ດັ່ງນັ້ນ ເຮົາຈຶ່ງມາອະທິບາຍຄຳຕອບໃຫ້ເຈົ້າຮູ້. ບັດນີ້ ເຮົາຈະອະທິບາຍນິມິດນັ້ນ ຈົ່ງຕັ້ງໃຈຟັງໃຫ້ດີ.
24ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ. 25ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ. 26ໃນບັ້ນປາຍຂອງເວລານັ້ນ ຜູ້ນຳທີ່ພຣະເຈົ້າໄດ້ເລືອກໄວ້ ຈະຖືກຂ້າຢ່າງບໍ່ຍຸດຕິທຳ. ເມືອງແລະພຣະວິຫານກໍຈະຖືກກອງທັບຂອງພວກເຈົ້ານາຍທີ່ມີອຳນາດຍິ່ງໃຫຍ່ຄົນໜຶ່ງບຸກຮຸກທຳລາຍ. ຄາວສິ້ນສຸດນີ້ຈະມາເໝືອນນໍ້າໄຫລຖ້ວມ ໂດຍນຳເອົາເສິກສົງຄາມ ແລະການທຳລາຍທີ່ພຣະເຈົ້າໄດ້ຈັດຕຽມໄວ້ນັ້ນມາ. 27ຜູ້ປົກຄອງຄົນນັ້ນຈະມີຂໍ້ຕົກລົງຢ່າງໜັກແໜ້ນ ກັບຄົນຈຳນວນຫລາຍເປັນເວລາເຈັດປີ; ພໍເມື່ອສາມປີເຄິ່ງຜ່ານໄປ ລາວຈະສັ່ງເລີກບໍ່ໃຫ້ມີເຄື່ອງເຜົາບູຊາ ແລະເຄື່ອງບູຊາ. ເທິງທີ່ສູງສຸດຂອງພຣະວິຫານນັ້ນ ຈະມີສິ່ງແປກປະຫລາດອັນໜ້າຢ້ານ ຕັ້ງຢູ່ ແລະມັນຈະຕັ້ງຢູ່ທີ່ນັ້ນຈົນເຖິງເວລາທີ່ພຣະເຈົ້າ ເຮັດໃຫ້ຜູ້ທີ່ຕັ້ງມັນໄວ້ນັ້ນໄດ້ພົບຈຸດຈົບ.”
Currently Selected:
ດານີເອນ 9: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.