YouVersion Logo
Search Icon

ອາໂມດ 2

2
ໂມອາບ
1ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ໂມອາບ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຜົາ​ກະດູກ​ຂອງ​ກະສັດ​ແຫ່ງ​ເອໂດມ ຈົນ​ເປັນ​ຂີ້ເຖົ່າ​ຢ່າງ​ບໍ່​ໃຫ້​ການ​ນັບຖື. 2ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ດິນແດນ​ໂມອາບ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ເກຣິໂອດ. ປະຊາຊົນ​ຊາວ​ໂມອາບ​ຈະ​ຕາຍ​ຍ້ອນ​ສຽງ​ອຶກກະທຶກ​ຂອງ​ການ​ສູ້ຮົບ ໃນ​ຂະນະທີ່​ພວກ​ທະຫານ​ກຳລັງ​ຮ້ອງໂຮ ແລະ​ສຽງ​ແກ​ກຳລັງ​ດັງ​ກ້ອງສະໜັ່ນ​ຫວັ່ນໄຫວ​ຢູ່​ນັ້ນ. 3ເຮົາ​ຈະ​ຂ້າ​ຜູ້ປົກຄອງ​ແຫ່ງ​ໂມອາບ​ພ້ອມທັງ​ຜູ້ນຳ​ທຸກໆຄົນ​ດ້ວຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.
ຢູດາຍ
4ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຢູດາ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ປະຕິເສດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ພວກເຂົາ​ເດີນທາງ​ຜິດ ໂດຍ​ຕິດຕາມ​ພະ​ຈອມປອມ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເຄີຍ​ນັບຖື​ມາ​ນັ້ນ. 5ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ຢູດາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ນະຄອນ​ເຢຣູຊາເລັມ.”
ພຣະເຈົ້າ​ຕັດສິນ​ຊາດ​ອິດສະຣາເອນ
6ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ຂາຍ​ຄົນ​ສັດຊື່​ໃຫ້​ເປັນ​ທາດຮັບໃຊ້​ຍ້ອນ​ພວກເຂົາ​ບໍ່ມີ​ເງິນ​ຈ່າຍ​ໜີ້ ແລະ​ຍັງ​ຂາຍ​ຄົນ​ຍາກຈົນ​ຍ້ອນ​ບໍ່ມີ​ເງິນ​ຈ່າຍ​ຄ່າ​ເກີບ​ພຽງ​ຄູ່ດຽວ. 7ພວກເຂົາ​ຢຽບ​ຢໍ່າ ຜູ້​ທີ່​ອ່ອນແອ​ແລະ​ຜູ້​ຂາດ​ທີ່ເພິ່ງ ແລະ​ປະຕິເສດ​ຄຳຮ້ອງຂໍ​ຂອງ​ຄົນ​ຍາກຈົນ. ລູກຊາຍ​ກັບ​ພໍ່​ໄດ້​ນອນ​ນຳ​ສາວ​ທາດຮັບໃຊ້​ຜູ້​ດຽວກັນ; ດັ່ງນັ້ນ ຈຶ່ງ​ເປັນ​ການ​ດູໝິ່ນ​ປະໝາດ​ນາມ​ອັນ​ບໍຣິສຸດ​ຂອງເຮົາ. 8ໃນ​ສະຖານທີ່​ນະມັດສະການ​ທຸກບ່ອນ ພວກເຂົາ​ໃຊ້​ເສື້ອຜ້າ​ທີ່​ຄົນ​ຍາກຈົນ​ເອົາ​ມາ​ຈຳນຳ​ນັ້ນ​ປູ​ນອນ. ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ຢຶດ​ມາ​ຈາກ​ລູກໜີ້​ໃນ​ວິຫານ​ພຣະເຈົ້າ​ຂອງ​ພວກເຂົາ.”
9“ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ຂອງເຮົາ​ເອີຍ ເພາະ​ເຫັນ​ແກ່​ພວກເຈົ້າ ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຈົນກ້ຽງ ຄື​ຄົນ​ສູງ​ດັ່ງ​ຕົ້ນແປກ​ແລະ​ແຂງແຮງ​ດັ່ງ​ຕົ້ນໂອກ. 10ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ໂດຍ​ພາ​ພວກເຈົ້າ​ຜ່ານ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ; ແລະ​ເຮົາ​ໄດ້​ມອບ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ. 11ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ພວກເຈົ້າ​ບາງຄົນ​ໃຫ້​ເປັນ​ຜູ້ທຳນວາຍ ແລະ​ໃຫ້​ຊາຍໜຸ່ມ​ບາງຄົນ​ໃນ​ພວກເຈົ້າ​ເປັນ​ຄົນ​ນາຊີຣີ. ຊາວ​ອິດສະຣາເອນ​ເອີຍ ສິ່ງນີ້​ເປັນ​ຄວາມຈິງ​ຫລື​ບໍ່? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. 12ແຕ່​ພວກເຈົ້າ​ບັງຄັບ​ຄົນ​ນາຊີຣີ​ດື່ມ​ເຫຼົ້າ​ອະງຸ່ນ; ແລະ​ຫ້າມປາມ​ພວກ​ຜູ້ທຳນວາຍ​ບໍ່​ໃຫ້​ປະກາດ​ຖ້ອຍຄຳ​ຂອງເຮົາ. 13ມາບັດນີ້ ເຮົາ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ​ດິນ ດັ່ງ​ກວຽນ​ບັນຈຸ​ເຂົ້າ​ເຕັມ​ກວຽນ​ຢຽບ​ດິນ. 14ຜູ້​ທີ່​ວ່ອງໄວ​ທີ່ສຸດ​ກໍ​ບໍ່​ສາມາດ​ແລ່ນ​ໜີ​ພົ້ນ​ໄປ​ໄດ້; ຜູ້​ທີ່​ແຂງແຮງ​ກໍ​ຈະ​ສູນເສຍ​ກຳລັງ ແລະ​ພວກ​ນາຍ​ທະຫານ​ກໍ​ບໍ່​ສາມາດ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ​ໄດ້. 15ສ່ວນ​ນັກຍິງທະນູ​ກໍ​ຈະ​ຕ້ານທານ​ບໍ່ໄດ້, ນັກແລ່ນ​ໄວ​ຈະ​ໜີໄປ​ບໍ່​ພົ້ນ ແລະ​ນັກ​ຂີ່​ມ້າ​ກໍ​ຫອບ​ມ້າ​ຂອງຕົນ​ເອົາ​ຊີວິດ​ໜີໄປ​ບໍ່​ພົ້ນ. 16ໃນ​ວັນ​ນັ້ນ ແມ່ນແຕ່​ທະຫານ​ຜູ້​ອົງອາດ​ກ້າຫານ​ກໍ​ຈະ​ຕ້ອງ​ປະ​ອາວຸດ ແລະ​ແລ່ນ​ໜີໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Currently Selected:

ອາໂມດ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in