ອາໂມດ 1
1
1ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມດ ຄົນລ້ຽງແກະຜູ້ໜຶ່ງໃນເມືອງເຕກົວ. ກ່ອນແຜ່ນດິນໄຫວສອງປີ ເມື່ອອຸດຊີຢາເປັນກະສັດແຫ່ງຢູດາຍ ແລະເຢໂຣໂບອາມ ລູກຊາຍຂອງເຢໂຮອາດເປັນກະສັດແຫ່ງອິດສະຣາເອນ; ພຣະເຈົ້າໄດ້ເປີດເຜີຍເລື່ອງລາວເຫຼົ່ານີ້ທັງໝົດ ກ່ຽວກັບຊາດອິດສະຣາເອນໃຫ້ແກ່ອາໂມດ.
2ອາໂມດໄດ້ກ່າວວ່າ,
“ພຣະເຈົ້າຢາເວສົ່ງສຽງກຶກກ້ອງມາຈາກພູເຂົາຊີໂອນ
ຈາກນະຄອນເຢຣູຊາເລັມສຽງພຣະອົງດັງກ້ອງສະໜັ່ນ
ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ
ຫຍ້າຂຽວເທິງຈອມພູກາເມນລ່າເຫລືອງໄປສິ້ນ.”
ພຣະເຈົ້າຕັດສິນຊົນຊາດໃກ້ຄຽງຂອງຊາດອິດສະຣາເອນ
ຊີເຣຍ
3ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວດາມັສກັດໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ໂດຍສະເພາະແລ້ວ ພວກເຂົາໄດ້ປະຕິບັດຢ່າງໂຫດຮ້າຍຕໍ່ຊາວກີເລອາດ. 4ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ວັງທີ່ກະສັດຮາຊາເອນໄດ້ສ້າງຂຶ້ນ ແລະຈະຈູດປ້ອມປ້ອງກັນເມືອງຂອງກະສັດເບັນຮາດາດ. 5ເຮົາຈະທຳລາຍເມືອງດາມັສກັດໃຫ້ແຕກໝຸ່ນທະລາຍ ແລະຈະຂັບໄລ່ຄົນທີ່ຢູ່ໃນຮ່ອມພູອາເວນອອກໜີໄປ ແລະຜູ້ປົກຄອງເບັດເອເດນດ້ວຍ. ປະຊາຊົນຊາວຊີເຣຍຈະຖືກກວາດໄປເປັນຊະເລີຍໃນດິນແດນກີຣະ.”
ຟີລິດສະຕິນ
6ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວກາຊາໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ນຳຄົນທັງຊາດໄປຂາຍເປັນທາດຮັບໃຊ້ໃຫ້ຊາວເອໂດມ. 7ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງກາຊາ ແລະຈູດປ້ອມປ້ອງກັນຂອງເມືອງນີ້. 8ເຮົາຈະຂັບໄລ່ຜູ້ປົກຄອງເມືອງອາຊະໂດດ ແລະເມືອງອາຊະເກໂລນໃຫ້ອອກໜີໄປ; ເຮົາຈະລົງໂທດຊາວເມືອງເອັກໂຣນ ແລະຊາວຟີລິດສະຕິນທັງໝົດທີ່ຍັງເຫລືອຢູ່ກໍຈະຕາຍ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ຕີເຣ
9ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຕີເຣໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຈັບເອົາຄົນທັງຊາດໄປເປັນຊະເລີຍໃນດິນແດນເອໂດມ ແລະບໍ່ໄດ້ຖືຮັກສາສັນຍາມິດຕະພາບທີ່ພວກເຂົາໄດ້ເຮັດໄວ້. 10ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຕີເຣ ແລະຈູດປ້ອມປ້ອງກັນຂອງເມືອງນີ້.”
ເອໂດມ
11ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວເອໂດມໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຕາມລ່າຊາວອິດສະຣາເອນ ອ້າຍເອື້ອຍນ້ອງຂອງພວກຕົນ ໂດຍບໍ່ມີໃຈເມດຕາຕໍ່ພວກເຂົາເລີຍ. ຄວາມໂກດຮ້າຍຂອງພວກເຂົາບໍ່ມີຂອບເຂດຈຳກັດ ແລະພວກເຂົາບໍ່ເຄີຍປະຄວາມໂກດຮ້າຍນັ້ນໃຫ້ສູນສິ້ນໄປຈັກເທື່ອ. 12ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ເມືອງເຕມານ ແລະຈະຈູດປ້ອມປ້ອງກັນຂອງເມືອງໂບຊະຣາ.”
ອຳໂມນ
13ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວອຳໂມນໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ເຮັດເສິກຢຶດເອົາອານາເຂດຂອງຄົນອື່ນຕື່ມ ແລ້ວພວກເຂົາກໍຍັງໄດ້ແຫກທ້ອງພວກແມ່ມານໃນເມືອງກີເລອາດ. 14ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຣັບບາ ແລະຈູດປ້ອມປ້ອງກັນຂອງເມືອງນີ້. ໃນວັນສູ້ຮົບນັ້ນຈະມີສຽງໂຮ່ຮ້ອງກ້ອງສະໜັ່ນ ແລະການຕໍ່ສູ້ກໍຈະດຸເດືອດດັ່ງລົມພະຍຸ. 15ກະສັດຂອງພວກເຂົາແລະພວກນາຍທະຫານທັງໝົດ ຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
Currently Selected:
ອາໂມດ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.