ອາໂມດ 2
2
ໂມອາບ
1ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວໂມອາບໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ເຜົາກະດູກຂອງກະສັດແຫ່ງເອໂດມ ຈົນເປັນຂີ້ເຖົ່າຢ່າງບໍ່ໃຫ້ການນັບຖື. 2ເຮົາຈະສົ່ງໄຟລົງມາໄໝ້ດິນແດນໂມອາບ ແລະຈູດປ້ອມປ້ອງກັນຂອງເມືອງເກຣິໂອດ. ປະຊາຊົນຊາວໂມອາບຈະຕາຍຍ້ອນສຽງອຶກກະທຶກຂອງການສູ້ຮົບ ໃນຂະນະທີ່ພວກທະຫານກຳລັງຮ້ອງໂຮ ແລະສຽງແກກຳລັງດັງກ້ອງສະໜັ່ນຫວັ່ນໄຫວຢູ່ນັ້ນ. 3ເຮົາຈະຂ້າຜູ້ປົກຄອງແຫ່ງໂມອາບພ້ອມທັງຜູ້ນຳທຸກໆຄົນດ້ວຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຢູດາຍ
4ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຢູດາໄດ້ເຮັດບາບເພີ່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ປະຕິເສດກົດບັນຍັດຂອງພຣະເຈົ້າຢາເວ ແລະບໍ່ໄດ້ຖືຮັກສາຂໍ້ຄຳສັ່ງຂອງພຣະອົງ. ພວກເຂົາເດີນທາງຜິດ ໂດຍຕິດຕາມພະຈອມປອມທີ່ພວກປູ່ຍ່າຕາຍາຍຂອງພວກເຂົາເຄີຍນັບຖືມານັ້ນ. 5ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ຢູດາ ແລະຈູດປ້ອມປ້ອງກັນຂອງນະຄອນເຢຣູຊາເລັມ.”
ພຣະເຈົ້າຕັດສິນຊາດອິດສະຣາເອນ
6ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວອິດສະຣາເອນໄດ້ເຮັດບາບເພີ່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາຂາຍຄົນສັດຊື່ໃຫ້ເປັນທາດຮັບໃຊ້ຍ້ອນພວກເຂົາບໍ່ມີເງິນຈ່າຍໜີ້ ແລະຍັງຂາຍຄົນຍາກຈົນຍ້ອນບໍ່ມີເງິນຈ່າຍຄ່າເກີບພຽງຄູ່ດຽວ. 7ພວກເຂົາຢຽບຢໍ່າ ຜູ້ທີ່ອ່ອນແອແລະຜູ້ຂາດທີ່ເພິ່ງ ແລະປະຕິເສດຄຳຮ້ອງຂໍຂອງຄົນຍາກຈົນ. ລູກຊາຍກັບພໍ່ໄດ້ນອນນຳສາວທາດຮັບໃຊ້ຜູ້ດຽວກັນ; ດັ່ງນັ້ນ ຈຶ່ງເປັນການດູໝິ່ນປະໝາດນາມອັນບໍຣິສຸດຂອງເຮົາ. 8ໃນສະຖານທີ່ນະມັດສະການທຸກບ່ອນ ພວກເຂົາໃຊ້ເສື້ອຜ້າທີ່ຄົນຍາກຈົນເອົາມາຈຳນຳນັ້ນປູນອນ. ພວກເຂົາດື່ມເຫຼົ້າອະງຸ່ນທີ່ຢຶດມາຈາກລູກໜີ້ໃນວິຫານພຣະເຈົ້າຂອງພວກເຂົາ.”
9“ເຖິງຢ່າງໃດກໍຕາມ ປະຊາຊົນຂອງເຮົາເອີຍ ເພາະເຫັນແກ່ພວກເຈົ້າ ເຮົາໄດ້ທຳລາຍຊາວອາໂມຈົນກ້ຽງ ຄືຄົນສູງດັ່ງຕົ້ນແປກແລະແຂງແຮງດັ່ງຕົ້ນໂອກ. 10ເຮົາໄດ້ນຳພວກເຈົ້າອອກມາຈາກເອຢິບ ໂດຍພາພວກເຈົ້າຜ່ານໄປມາໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ; ແລະເຮົາໄດ້ມອບດິນແດນຂອງຊາວອາໂມໃຫ້ເປັນກຳມະສິດຂອງພວກເຈົ້າ. 11ເຮົາໄດ້ເລືອກເອົາລູກຊາຍຂອງພວກເຈົ້າບາງຄົນໃຫ້ເປັນຜູ້ທຳນວາຍ ແລະໃຫ້ຊາຍໜຸ່ມບາງຄົນໃນພວກເຈົ້າເປັນຄົນນາຊີຣີ. ຊາວອິດສະຣາເອນເອີຍ ສິ່ງນີ້ເປັນຄວາມຈິງຫລືບໍ່? ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 12ແຕ່ພວກເຈົ້າບັງຄັບຄົນນາຊີຣີດື່ມເຫຼົ້າອະງຸ່ນ; ແລະຫ້າມປາມພວກຜູ້ທຳນວາຍບໍ່ໃຫ້ປະກາດຖ້ອຍຄຳຂອງເຮົາ. 13ມາບັດນີ້ ເຮົາຈະຢຽບຢໍ່າພວກເຈົ້າລົງດິນ ດັ່ງກວຽນບັນຈຸເຂົ້າເຕັມກວຽນຢຽບດິນ. 14ຜູ້ທີ່ວ່ອງໄວທີ່ສຸດກໍບໍ່ສາມາດແລ່ນໜີພົ້ນໄປໄດ້; ຜູ້ທີ່ແຂງແຮງກໍຈະສູນເສຍກຳລັງ ແລະພວກນາຍທະຫານກໍບໍ່ສາມາດຊ່ວຍຊີວິດຂອງຕົນໃຫ້ພົ້ນໄດ້. 15ສ່ວນນັກຍິງທະນູກໍຈະຕ້ານທານບໍ່ໄດ້, ນັກແລ່ນໄວຈະໜີໄປບໍ່ພົ້ນ ແລະນັກຂີ່ມ້າກໍຫອບມ້າຂອງຕົນເອົາຊີວິດໜີໄປບໍ່ພົ້ນ. 16ໃນວັນນັ້ນ ແມ່ນແຕ່ທະຫານຜູ້ອົງອາດກ້າຫານກໍຈະຕ້ອງປະອາວຸດ ແລະແລ່ນໜີໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
Currently Selected:
ອາໂມດ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.