ອາໂມດ 1:1-2
ອາໂມດ 1:1-2 ພຄພ
ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມດ ຄົນລ້ຽງແກະຜູ້ໜຶ່ງໃນເມືອງເຕກົວ. ກ່ອນແຜ່ນດິນໄຫວສອງປີ ເມື່ອອຸດຊີຢາເປັນກະສັດແຫ່ງຢູດາຍ ແລະເຢໂຣໂບອາມ ລູກຊາຍຂອງເຢໂຮອາດເປັນກະສັດແຫ່ງອິດສະຣາເອນ; ພຣະເຈົ້າໄດ້ເປີດເຜີຍເລື່ອງລາວເຫຼົ່ານີ້ທັງໝົດ ກ່ຽວກັບຊາດອິດສະຣາເອນໃຫ້ແກ່ອາໂມດ. ອາໂມດໄດ້ກ່າວວ່າ, “ພຣະເຈົ້າຢາເວສົ່ງສຽງກຶກກ້ອງມາຈາກພູເຂົາຊີໂອນ ຈາກນະຄອນເຢຣູຊາເລັມສຽງພຣະອົງດັງກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ ຫຍ້າຂຽວເທິງຈອມພູກາເມນລ່າເຫລືອງໄປສິ້ນ.”