2 ເທສະໂລນິກ 3
3
ຈົ່ງພາວັນນາອະທິຖານສຳລັບພວກເຮົາດ້ວຍ
1ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ ຈົ່ງພາວັນນາອະທິຖານສຳລັບພວກເຮົາດ້ວຍ. ເພື່ອພຣະທຳຂອງອົງພຣະຜູ້ເປັນເຈົ້າຈະໄດ້ແຜ່ຂະຫຍາຍໄປ ແລະໄດ້ຮັບຄຳສັນລະເສີນ ດັ່ງທີ່ໄດ້ເປັນໄປແລ້ວໃນທ່າມກາງພວກເຈົ້ານັ້ນ. 2ເພື່ອພຣະເຈົ້າຈະຊ່ວຍໃຫ້ພວກເຮົາພົ້ນຈາກຄົນຊົ່ວຊ້າ ແລະຄົນໂຫດຮ້າຍ ດ້ວຍວ່າ ບໍ່ແມ່ນທຸກຄົນທີ່ເຊື່ອ.
3ແຕ່ອົງພຣະຜູ້ເປັນເຈົ້າຊົງສັດຊື່ ພຣະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ທັງຈະຮັກສາພວກເຈົ້າໄວ້ໃຫ້ພົ້ນຈາກມານຊົ່ວຮ້າຍດ້ວຍ. 4ຝ່າຍອົງພຣະຜູ້ເປັນເຈົ້າ ກໍໃຫ້ພວກເຮົາມີຄວາມໝັ້ນໃຈໃນພວກເຈົ້າວ່າ ພວກເຈົ້າກຳລັງປະຕິບັດຕາມ ແລະຈະສືບຕໍ່ປະຕິບັດຕາມ ສິ່ງທີ່ພວກເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ.
5ຂໍໃຫ້ອົງພຣະຜູ້ເປັນເຈົ້າ ຊົງໂຜດນຳພາຈິດໃຈຂອງພວກເຈົ້າ ສູ່ຄວາມຮັກຂອງພຣະເຈົ້າ ແລະສູ່ຄວາມພຽນອົດທົນຂອງພຣະຄຣິດ.
ຕັກເຕືອນບໍ່ໃຫ້ກຽດຄ້ານ
6ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍສັ່ງພວກເຈົ້າໃນນາມຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາວ່າ, ຈົ່ງຫລີກໜີຈາກຄົນທີ່ໃຊ້ຊີວິດໃນທາງບໍ່ເປັນປະໂຫຍດ ແລະຜູ້ທີ່ບໍ່ປະຕິບັດຕາມຄຳສັ່ງສອນ ທີ່ພວກເຮົາໄດ້ມອບໃຫ້ພວກເຂົາແລ້ວນັ້ນ. 7ພວກເຈົ້າເອງກໍຮູ້ດີຢູ່ແລ້ວວ່າ ພວກເຈົ້າຄວນປະຕິບັດຕາມສິ່ງທີ່ພວກເຮົາໄດ້ເຮັດ. ດ້ວຍວ່າ, ພວກເຮົາບໍ່ໄດ້ເປັນຄົນໃຊ້ຊີວິດໃນທາງບໍ່ເປັນປະໂຫຍດເມື່ອຢູ່ທ່າມກາງພວກເຈົ້າ. 8ພວກເຮົາບໍ່ໄດ້ອາໄສຢູ່ກິນລ້າໆນຳຜູ້ໃດ ແຕ່ພວກເຮົາໄດ້ເຮັດວຽກງານຢ່າງໜັກໜ່ວງ ພວກເຮົາໄດ້ເຮັດວຽກທັງເວັນທັງຄືນ ເພື່ອບໍ່ໃຫ້ເປັນພາລະແກ່ຜູ້ໃດໃນພວກເຈົ້າ. 9ພວກເຮົາໄດ້ເຮັດເຊັ່ນນີ້ ບໍ່ແມ່ນວ່າເພາະພວກເຮົາບໍ່ມີສິດທີ່ຈະຮຽກຮ້ອງເອົາການອຸດໜູນຈາກພວກເຈົ້າ ແຕ່ເພື່ອເປັນແບບຢ່າງໃຫ້ພວກເຈົ້າເຮັດຕາມ. 10ເມື່ອພວກເຮົາຍັງຢູ່ກັບພວກເຈົ້ານັ້ນ ພວກເຮົາເຄີຍບອກພວກເຈົ້າແລ້ວວ່າ, “ຜູ້ໃດທີ່ບໍ່ຢາກເຮັດວຽກ ກໍຢ່າໃຫ້ຜູ້ນັ້ນກິນ.”
11ພວກເຮົາກ່າວເຊັ່ນນີ້ ເພາະພວກເຮົາໄດ້ຍິນວ່າ ມີບາງຄົນໃນພວກເຈົ້າດຳເນີນຊີວິດຢ່າງກຽດຄ້ານ ແລະບໍ່ເຮັດວຽກເຮັດການຫຍັງ ມີແຕ່ທ່ຽວຫາຫຍຸ້ງກ່ຽວກັບກິດທຸລະຂອງຄົນອື່ນ. 12ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ພວກເຮົາສັ່ງແລະເຕືອນສະຕິຄົນຢ່າງນັ້ນວ່າ ໃຫ້ດຳເນີນຊີວິດຢ່າງມີລະບຽບ ແລະໃຫ້ເຮັດວຽກງານເພື່ອລ້ຽງຊີບຕົນເອງ.
13ແຕ່ພີ່ນ້ອງທັງຫລາຍເອີຍ ພວກເຈົ້າບໍ່ຕ້ອງອິດເມື່ອຍທີ່ຈະເຮັດຄວາມດີ. 14ຖ້າມີບາງຄົນບໍ່ຍອມຟັງຖ້ອຍຄຳທີ່ພວກເຮົາສັ່ງມາໃນຈົດໝາຍນີ້ ຈົ່ງໝາຍຄົນນັ້ນໄວ້ ແລະຢ່າສູ່ຄົບຫາສະມາຄົມກັບລາວ ເພື່ອລາວຈະໄດ້ລະອາຍ. 15ແຕ່ເຖິງປານນັ້ນກໍຕາມ ຢ່າຖືຄົນນັ້ນວ່າເປັນສັດຕູ ແຕ່ຈົ່ງເຕືອນສະຕິລາວ ໃນຖານະເປັນພີ່ນ້ອງຄົນໜຶ່ງ.
ຄຳອວຍພອນ
16ຂໍໃຫ້ອົງພຣະຜູ້ເປັນເຈົ້າ ອົງເປັນບໍ່ກຳເນີດແຫ່ງສັນຕິສຸກຂອງພວກເຮົາ ຊົງໂຜດປະທານສັນຕິສຸກແກ່ພວກເຈົ້າໃນທຸກຢ່າງແລະທຸກເວລາ. ຂໍໃຫ້ອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ.
17ຄວາມຄຳນັບນີ້ ເປັນລາຍມືຂອງເຮົາເອງ ຄືໂປໂລ ລາຍເຊັນໃນຈົດໝາຍທຸກສະບັບຂອງເຮົາເຄີຍຂຽນດັ່ງນີ້ແຫລະ.
18ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງດຳລົງຢູ່ກັບພວກເຈົ້າທຸກຄົນເທີ້ນ.
Currently Selected:
2 ເທສະໂລນິກ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.