2 ໂກຣິນໂທ 2
2
1ດັ່ງນັ້ນ ເຮົາຈຶ່ງໄດ້ຕັ້ງໃຈທີ່ຈະບໍ່ມາຫາພວກເຈົ້າອີກ ເມື່ອມີຄວາມທຸກໂສກຢູ່. 2ເພາະວ່າ ຖ້າເຮົາເຮັດໃຫ້ພວກເຈົ້າທຸກໂສກແລ້ວ ແມ່ນຜູ້ໃດຈະເຮັດໃຫ້ເຮົາຊົມຊື່ນຍິນດີ? ກໍແມ່ນຜູ້ທີ່ເຮົາໄດ້ເຮັດໃຫ້ທຸກໂສກນັ້ນແຫຼະ. 3ແລະເຮົາໄດ້ຂຽນຂໍ້ຄວາມນັ້ນເພື່ອວ່າເມື່ອເຮົາມາ ເຮົາຈະບໍ່ໄດ້ຄວາມທຸກໂສກຈາກຄົນເຫຼົ່ານັ້ນທີ່ຄວນຈະເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີ. ເຮົາໄວ້ໃຈພວກເຈົ້າວ່າ, ຄວາມຍິນດີຂອງເຮົາກໍເປັນຄວາມຍິນດີຂອງເຈົ້າທັງຫລາຍດ້ວຍ. 4ເຮົາໄດ້ຂຽນມາເຖິງພວກເຈົ້າ ດ້ວຍຄວາມລຳບາກຍິ່ງ ແລະຄວາມເສົ້າໂສກຢ່າງໜັກ ແລະດ້ວຍນໍ້າຕາຫລັ່ງໄຫລ, ຈຸດປະສົງຂອງເຮົາບໍ່ແມ່ນເພື່ອຈະເຮັດໃຫ້ພວກເຈົ້າເສົ້າໂສກ, ແຕ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກວ່າ ເຮົາຮັກພວກເຈົ້າທຸກຄົນຫລາຍເທົ່າໃດ.
ການຍົກໂທດໃຫ້ແກ່ຜູ້ເຮັດຜິດ
5ຖ້າຜູ້ໃດເປັນຕົ້ນເຫດເຮັດໃຫ້ເກີດຄວາມເສົ້າໂສກ ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ເຮົາຄົນດຽວ ແຕ່ໄດ້ເຮັດໃຫ້ບາງຄົນໃນພວກເຈົ້າເສົ້າໂສກດ້ວຍ. (ການທີ່ເຮົາກ່າວວ່າບາງຄົນນັ້ນ ກໍເພາະວ່າເຮົາບໍ່ຢາກເວົ້າໃສ່ຄົນນັ້ນໜັກຈົນເກີນໄປ). 6ການທີ່ຄົນຢ່າງນັ້ນຖືກລົງໂທດໂດຍຄົນສ່ວນຫລາຍ ກໍເປັນການພຽງພໍແລ້ວ. 7ດັ່ງນັ້ນ ພວກເຈົ້າຄວນຍົກໂທດໃຫ້ລາວແລະໜູນໃຈລາວ ເພື່ອບໍ່ໃຫ້ລາວຈົມລົງໃນຄວາມເສົ້າໂສກອັນເຫລືອລົ້ນ. 8ສະນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ສະແດງຄວາມຮັກຕໍ່ລາວຢ່າງແທ້ຈິງ. 9ນີ້ແຫຼະ ແມ່ນເຫດຜົນທີ່ເຮົາໄດ້ຂຽນມາເຖິງພວກເຈົ້າ ເພື່ອຢາກຈະລອງເບິ່ງວ່າ ພວກເຈົ້າຈະຍອມເຊື່ອຟັງຂໍ້ແນະນຳຂອງເຮົາທຸກປະການຫລືບໍ່. 10ເມື່ອພວກເຈົ້າຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເໝືອນກັນ. ດ້ວຍວ່າ, ເມື່ອເຮົາຍົກໂທດໃຫ້ຜູ້ໃດແລ້ວ ເຮົາກໍຍົກໂທດໃຫ້ຜູ້ນັ້ນ. ເພາະເຫັນແກ່ເຈົ້າທັງຫລາຍຕໍ່ໜ້າພຣະຄຣິດ 11ເພື່ອບໍ່ໃຫ້ມານຊາຕານມີໄຊເໜືອພວກເຮົາ ເພາະວ່າພວກເຮົາຮູ້ແຜນການຂອງມັນແລ້ວ.
ໂປໂລບໍ່ສະບາຍໃຈທີ່ເມືອງໂທອາດ
12ເມື່ອເຮົາໄປເຖິງເມືອງໂທອາດ ເພື່ອປະກາດຂ່າວປະເສີດ ເລື່ອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ໄຂຊ່ອງທາງໃຫ້ແກ່ເຮົາ. 13ແຕ່ເຖິງປານນັ້ນ ເຮົາກໍບໍ່ສະບາຍໃຈ ເພາະເຮົາບໍ່ໄດ້ພົບຕີໂຕພີ່ນ້ອງຂອງພວກເຮົາ ເຮົາຈຶ່ງອຳລາຄົນຢູ່ໃນທີ່ນັ້ນ ແລະເດີນທາງໄປສູ່ແຂວງມາເກໂດເນຍ.
ຄວາມມີໄຊໂດຍທາງພຣະຄຣິດ
14ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປ ຕາມຂະບວນຝ່າຍຄວາມໄຊຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງຄວາມຮູ້ຈັກພຣະອົງ ໃຫ້ປາກົດດ້ວຍເຮົາໃນທຸກບ່ອນ. 15ດ້ວຍວ່າ, ພວກເຮົາເປັນດັ່ງກິ່ນຫອມຫວານທີ່ພຣະຄຣິດຖວາຍແກ່ພຣະເຈົ້າ ໃນທ່າມກາງພວກທີ່ຖືກຊົງໂຜດຊ່ວຍໃຫ້ພົ້ນ ແລະໃນທ່າມກາງພວກທີ່ກຳລັງຈິບຫາຍໄປ. 16ສຳລັບພວກທີ່ກຳລັງຈິບຫາຍໄປນັ້ນ ແມ່ນກິ່ນເໝັນແຫ່ງຄວາມຕາຍທີ່ນຳໄປສູ່ຄວາມຕາຍ ສຳລັບພວກທີ່ຖືກໂຜດຊ່ວຍໃຫ້ພົ້ນນັ້ນ ແມ່ນກິ່ນຫອມຫວານແຫ່ງຊີວິດທີ່ນຳໄປສູ່ຊີວິດ. ຜູ້ໃດໜໍ ຈະເປັນຜູ້ທີ່ຄູ່ຄວນກັບພາລະກິດເຊັ່ນນີ້? 17ພວກເຮົາບໍ່ຄືຫລາຍຄົນ ທີ່ເຮັດກັບຖ້ອຍຄຳຂອງພຣະເຈົ້າ ເປັນເໝືອນສິນຄ້າຊື້ຂາຍລາຄາຖືກໆ ແຕ່ເພາະພຣະເຈົ້າໄດ້ໃຊ້ພວກເຮົາມາ ພວກເຮົາຈຶ່ງກ່າວດ້ວຍຄວາມຈິງໃຈຊ້ອງໜ້າພຣະອົງ ເໝືອນຢ່າງຜູ້ຮັບໃຊ້ຂອງພຣະຄຣິດ.
Currently Selected:
2 ໂກຣິນໂທ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: