2 ໂກຣິນໂທ 1
1
1ຈາກໂປໂລ ຜູ້ທີ່ພຣະເຈົ້າໄດ້ຊົງເອີ້ນເອົາຕາມນໍ້າພຣະໄທ ໃຫ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ແລະຈາກຕີໂມທຽວພີ່ນ້ອງຂອງພວກເຮົາ.
ເຖິງ ຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ແລະເຖິງໄພ່ພົນທັງປວງຂອງພຣະເຈົ້າໃນທົ່ວແຂວງອະຂາຢາ.
2ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາແລະອົງພຣະເຢຊູຄຣິດເຈົ້າ ໂຜດໃຫ້ພຣະຄຸນແລະສັນຕິສຸກແກ່ພວກເຈົ້າດ້ວຍເທີ້ນ.
ໂປໂລໂມທະນາຂອບພຣະຄຸນພຣະເຈົ້າ
3ຈົ່ງໃຫ້ພວກເຮົາຍ້ອງຍໍສັນລະເສີນພຣະເຈົ້າ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ພຣະບິດາເຈົ້າອົງຊົງເມດຕາ ຄືພຣະເຈົ້າອົງທີ່ໃຫ້ຄວາມເລົ້າໂລມໃຈທຸກຢ່າງ, 4ພຣະອົງຜູ້ເລົ້າໂລມໃຈພວກເຮົາໃນຄວາມທຸກລຳບາກທຸກຢ່າງ ຊຶ່ງພວກເຮົາໄດ້ຮັບນັ້ນກໍເພື່ອວ່າ, ພວກເຮົາຈະສາມາດເລົ້າໂລມໃຈຄົນອື່ນທີ່ໄດ້ຮັບຄວາມທຸກລຳບາກທຸກຢ່າງໄດ້ ໂດຍຄວາມເລົ້າໂລມໃຈຢ່າງດຽວກັນ ຊຶ່ງພວກເຮົາເອງໄດ້ຮັບຈາກພຣະເຈົ້ານັ້ນ. 5ພວກເຮົາມີສ່ວນໃນຄວາມທົນທຸກກັບພຣະຄຣິດຫລາຍເຫລືອລົ້ນຢ່າງໃດ ໂດຍທາງພຣະຄຣິດ ພວກເຮົາກໍໄດ້ຮັບຄວາມເລົ້າໂລມໃຈຫລາຍເຫລືອລົ້ນຢ່າງນັ້ນ. 6ທີ່ພວກເຮົາທົນທຸກນັ້ນ ກໍແມ່ນເພື່ອພວກເຈົ້າຈະໄດ້ຮັບຄວາມເລົ້າໂລມໃຈແລະຄວາມພົ້ນ ແລະທີ່ພວກເຮົາໄດ້ຮັບຄວາມເລົ້າໂລມໃຈ ກໍແມ່ນເພື່ອພວກເຈົ້າຈະໄດ້ຮັບຄວາມເລົ້າໂລມໃຈເໝືອນກັນ ແມ່ນຄວາມເລົ້າໂລມໃຈທີ່ຈະໃຫ້ເຈົ້າທັງຫລາຍສູ້ທົນຕໍ່ຄວາມທຸກລຳບາກ ເໝືອນຢ່າງພວກເຮົາໄດ້ສູ້ທົນຢູ່ນັ້ນເໝືອນກັນ. 7ດັ່ງນັ້ນ ເຮົາຈຶ່ງມີຄວາມຫວັງແນ່ນອນໃນພວກເຈົ້າ ເພາະພວກເຮົາຮູ້ວ່າ ເມື່ອພວກເຈົ້າມີສ່ວນທົນທຸກກັບພວກເຮົາຢ່າງໃດ ພວກເຈົ້າກໍມີສ່ວນໃນຄວາມເລົ້າໂລມໃຈທີ່ພວກເຮົາຮັບຢ່າງນັ້ນ.
8ພີ່ນ້ອງທັງຫລາຍເອີຍ ເຮົາຢາກໃຫ້ພວກເຈົ້າຮູ້ເຖິງຄວາມທຸກລຳບາກ ທີ່ພວກເຮົາໄດ້ຮັບໃນແຂວງເອເຊຍ ເປັນຄວາມທຸກລຳບາກໜັກເຫຼືອກຳລັງ ຈົນພວກເຮົາສິ້ນຄວາມຫວັງໝົດ ແທບຈະເອົາຊີວິດບໍ່ລອດ. 9ຕາມທີ່ຈິງ ພວກເຮົາຄິດວ່າ ໂທດເຖິງຕາຍໄດ້ຕົກຖືກພວກເຮົາແລ້ວ ເຖິງປານນັ້ນກໍຕາມ ເຫດການນີ້ໄດ້ເກີດຂຶ້ນ ເພື່ອບໍ່ໃຫ້ພວກເຮົາເຊື່ອໝັ້ນໃນຕົວເອງ ແຕ່ໃຫ້ພວກເຮົາເຊື່ອໝັ້ນໃນພຣະເຈົ້າ ອົງທີ່ບັນດານໃຫ້ຄົນຕາຍເປັນຄືນມາສູ່ຊີວິດ. 10ພຣະອົງນັ້ນໄດ້ຊົງໂຜດໃຫ້ເຮົາພົ້ນຈາກມໍລະນະໄພ ແລະຈະຊົງໂຜດເຮົາອີກ ເຮົາໄວ້ໃຈໃນພຣະອົງວ່າ ຍັງຈະຊົງໂຜດໃຫ້ເຮົາພົ້ນອີກຕໍ່ໄປ. 11ຂໍໃຫ້ພວກເຈົ້າຮ່ວມກັນຊ່ວຍໃນການພາວັນນາອະທິຖານສຳລັບເຮົາດ້ວຍ ເພື່ອວ່າຄົນຈຳນວນຫລາຍຈະໄດ້ໂມທະນາຂອບພຣະຄຸນພຣະເຈົ້າເພາະເຮົາ. ເນື່ອງຈາກພຣະພອນທີ່ຊົງໂຜດປະທານແກ່ພວກເຮົາ ອັນເປັນການຕອບສະໜອງຄົນຈຳນວນຫລາຍທີ່ໄດ້ພາວັນນາອະທິຖານເພື່ອພວກເຮົາ.
ໂປໂລເລື່ອນແຜນການຢ້ຽມຢາມຂອງຕົນ
12ນີ້ແຫຼະ ແມ່ນສິ່ງທີ່ພວກເຮົາເອກອ້າງໄດ້ຄື: ໃຈສຳນຶກຜິດແລະຊອບຂອງພວກເຮົາກໍເປັນພະຍານວ່າ, ການດຳເນີນຊີວິດຂອງພວກເຮົາຢູ່ໃນໂລກນີ້ ດ້ວຍຄວາມບໍຣິສຸດໃຈແລະດ້ວຍຄວາມຈິງໃຈທີ່ມາຈາກພຣະເຈົ້າ ບໍ່ແມ່ນໂດຍປັນຍາຂອງມະນຸດ ແຕ່ເປັນມາໂດຍພຣະຄຸນຂອງພຣະເຈົ້າ. 13ພວກເຮົາບໍ່ໄດ້ຂຽນຫາພວກເຈົ້າເຖິງເລື່ອງອື່ນ ນອກຈາກເລື່ອງທີ່ພວກເຈົ້າສາມາດອ່ານແລະເຂົ້າໃຈໄດ້ ເຮົາຫວັງວ່າພວກເຈົ້າຄົງຈະເຂົ້າໃຈຢ່າງຖ້ວນຖີ່. 14ຊຶ່ງໃນເວລານີ້ ພວກເຈົ້າກໍເຂົ້າໃຈບາງສ່ວນແລ້ວ ເພື່ອວ່າໃນວັນຂອງອົງພຣະເຢຊູເຈົ້ານັ້ນ ພວກເຈົ້າຈະມີຄວາມພາກພູມໃຈໃນພວກເຮົາ ເໝືອນດັ່ງທີ່ພວກເຮົາຈະມີຄວາມເອກອ້າງທະນົງໃຈໃນພວກເຈົ້າເໝືອນກັນ.
15ເຮົາມີຄວາມໝັ້ນໃຈຢ່າງຄັກແນ່ໃນເລື່ອງນີ້ ຈົນເຮົາໄດ້ວາງແຜນໄວ້ແຕ່ທຳອິດ ທີ່ຈະໄປຢ້ຽມຢາມພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ຮັບພຣະພອນສອງເທົ່າ. 16ດ້ວຍວ່າ, ເຮົາໄດ້ຕັ້ງໃຈທີ່ຈະແວ່ຢ້ຽມຢາມພວກເຈົ້າ ໃນຂະນະທີ່ເຮົາເດີນທາງໄປທີ່ແຂວງມາເກໂດເນຍ ແລະເມື່ອເຮົາເດີນທາງກັບມາຈາກແຂວງມາເກໂດເນຍ ກໍຈະແວ່ຢ້ຽມຢາມພວກເຈົ້າອີກ ເພື່ອພວກເຈົ້າຈະຊ່ວຍຈັດສົ່ງເຮົາໃຫ້ເດີນທາງໄປເຖິງແຂວງຢູດາຍ. 17ເມື່ອເຮົາຕັ້ງໃຈເຊັ່ນນີ້ ເຮົາໄດ້ປິ້ນຄວາມບໍ? ຫລືແຜນການຂອງເຮົານັ້ນ ເຮັດຕາມແບບຢ່າງຊາວໂລກເຮັດບໍ? ໂດຍກ່າວຄຳວ່າ, “ເຈົ້າໆ” ແລະ ຄຳວ່າ, “ບໍ່ໆ” ໃນເວລາດຽວກັນ. 18ພຣະເຈົ້າສັດຊື່ສັນໃດ ຄຳເວົ້າຂອງເຮົາທີ່ໃຫ້ແກ່ພວກເຈົ້າ ຈຶ່ງບໍ່ເປັນຄຳວ່າ, “ເຈົ້າໆ” ແລະ “ບໍ່ໆ” ສັນນັ້ນ. 19ດ້ວຍວ່າ, ພຣະບຸດຂອງພຣະເຈົ້າຄືພຣະເຢຊູຄຣິດເຈົ້າ ອົງທີ່ຊີລາ, ຕີໂມທຽວ ແລະເຮົາເອງ ໄດ້ປະກາດໃນທ່າມກາງພວກເຈົ້ານັ້ນ ພຣະອົງບໍ່ໄດ້ເປັນຜູ້ “ຈິງ” ແລະ “ບໍ່ຈິງ” ໃນພຣະອົງນັ້ນມີແຕ່ຄຳວ່າ, “ຈິງ” ສະເໝີ; 20ດ້ວຍວ່າ, ພຣະສັນຍາທຸກຢ່າງຂອງພຣະເຈົ້າລ້ວນແຕ່ເປັນຈິງ ໂດຍພຣະເຢຊູເຈົ້າ. ດ້ວຍເຫດນີ້ ເຮົາຈຶ່ງກ່າວຄຳວ່າ, “ອາແມນ” ໂດຍພຣະອົງ ເພື່ອເປັນການຖວາຍກຽດແດ່ພຣະເຈົ້າ. 21ຜູ້ຊຶ່ງໃຫ້ພວກເຮົາກັບເຈົ້າທັງຫລາຍຕັ້ງໝັ້ນໃນພຣະຄຣິດ ແລະໄດ້ຫົດສົງພວກເຮົາໄວ້ນັ້ນຄືພຣະເຈົ້າ. 22ພຣະອົງໄດ້ຊົງປະທັບຕາໃສ່ພວກເຮົາ ແລະຊົງປະທານພຣະວິນຍານຂອງພຣະອົງໄວ້ໃນຈິດໃຈຂອງພວກເຮົາເພື່ອເປັນເຄື່ອງມັດຈຳ.
23ແຕ່ເຮົາຂໍໃຫ້ພຣະເຈົ້າເປັນພະຍານແກ່ເຮົາ ທີ່ເຮົາຍັງບໍ່ໄດ້ໄປເມືອງໂກຣິນໂທນັ້ນ ກໍເພື່ອງົດໂທດຂອງພວກເຈົ້າໄວ້ກ່ອນ. 24ບໍ່ແມ່ນວ່າເຮົາເປັນນາຍບັງຄັບຄວາມເຊື່ອຂອງພວກເຈົ້າ ເພາະວ່າພວກເຈົ້າຢືນໝັ້ນຢູ່ໃນຄວາມເຊື່ອແລ້ວ, ແຕ່ວ່າເຮົາເປັນຜູ້ຮ່ວມງານ ເພື່ອພວກເຈົ້າຈະຮັບຄວາມຊົມຊື່ນຍິນດີ.
Currently Selected:
2 ໂກຣິນໂທ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: