YouVersion Logo
Search Icon

1 ຕີໂມທຽວ 5

5
ໜ້າທີ່​ຕ້ອງ​ເຮັດ​ຕໍ່​ພີ່ນ້ອງ​ທີ່​ເຊື່ອ
1ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ 2ແລະ​ພວກ​ຍິງ​ຜູ້​ອາວຸໂສ ເໝືອນ​ດັ່ງ​ເພິ່ນ​ເປັນ​ແມ່ ແລະ​ພວກ​ຍິງ​ໜຸ່ມ ເໝືອນ​ດັ່ງ​ເປັນ​ເອື້ອຍ​ນ້ອງ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ທຸກຢ່າງ.
3ຈົ່ງ​ໃຫ້​ຄວາມນັບຖື​ແກ່​ພວກ​ທີ່​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ. 4ແຕ່​ຖ້າ​ແມ່ໝ້າຍ​ຄົນ​ໃດ​ມີ​ລູກ ຫລື​ຫລານ ກໍ​ໃຫ້​ລູກຫລານ​ນັ້ນ​ຮຽນຮູ້​ປະຕິບັດ​ໜ້າທີ່​ທາງ​ສາສະໜາ ແກ່​ຄອບຄົວ​ຂອງ​ເຂົາ​ເອງ ຄື​ໃຫ້​ຕອບບຸນ​ແທນຄຸນ​ຂອງ​ພໍ່​ແມ່ ເພາະ​ການ​ກະທຳ​ຢ່າງ​ນີ້ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ. 5ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ. 6ແຕ່​ແມ່ໝ້າຍ​ຜູ້​ທີ່​ປ່ອຍ​ຕົວ​ໄປ​ກັບ​ຄວາມ​ສະໜຸກ​ສະໜານ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ. 7ຈົ່ງ​ສັ່ງ​ແມ່ໝ້າຍ​ໃຫ້​ສຳນຶກ​ເຖິງ​ຄຳແນະນຳ​ເຫຼົ່ານັ້ນ ເພື່ອ​ວ່າ​ນາງ​ຈະ​ບໍ່​ຖືກ​ຕິຕຽນ. 8ແຕ່​ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ພີ່ນ້ອງ​ຂອງຕົນ​ແລ້ວ ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສຍ​ອີກ.
9ຢ່າ​ຈົດ​ຊື່​ແມ່ໝ້າຍ​ຄົນ​ໃດ​ເຂົ້າ​ໃນ​ບັນຊີ​ຂອງ​ພວກ​ແມ່ໝ້າຍ ເວັ້ນໄວ້​ແຕ່​ຜູ້​ທີ່​ມີ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ. ນອກຈາກ​ນັ້ນ ນາງ​ຕ້ອງ​ແຕ່ງງານ​ຄັ້ງ​ດຽວ​ເທົ່ານັ້ນ 10ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ​ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ​ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍເຫຼືອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.
11ແຕ່​ຢ່າ​ຈົດ​ຊື່​ບັນດາ​ແມ່ໝ້າຍ​ໜຸ່ມ​ເຂົ້າ​ໃນ​ບັນຊີ ເພາະ​ເມື່ອ​ເກີດ​ຄວາມ​ປາຖະໜາ​ຢາກ​ແຕ່ງງານ​ອີກ ພວກເຂົາ​ຈະ​ຫັນ​ໜີໄປ​ຈາກ​ພຣະຄຣິດ, 12ຈຶ່ງ​ເຮັດ​ຜິດ​ຍ້ອນ​ລະເມີດ​ຄຳ​ປະຕິຍານ​ເດີມ​ຂອງຕົນ. 13ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ. 14ດັ່ງນັ້ນ ເຮົາ​ຈຶ່ງ​ປາຖະໜາ​ໃຫ້​ບັນດາ​ແມ່ໝ້າຍ​ໜຸ່ມ​ໄດ້​ແຕ່ງງານ, ມີ​ລູກ ແລະ​ດູແລ​ບ້ານ​ເຮືອນ ເພື່ອ​ບໍ່​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ມີ​ຊ່ອງທາງ​ເວົ້າ​ຄຳ​ຊົ່ວຊ້າ​ໃສ່​ພວກເຮົາ​ໄດ້. 15ດ້ວຍວ່າ, ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ. 16ແຕ່​ຖ້າ​ຍິງ​ຄຣິສຕຽນ​ຄົນ​ໃດ ມີ​ພີ່ນ້ອງ​ທີ່​ເປັນ​ແມ່ໝ້າຍ ກໍ​ໃຫ້​ນາງ​ຊ່ວຍ​ລ້ຽງດູ​ພວກເຂົາ ແລະ​ຢ່າ​ໃຫ້​ເປັນ​ພາລະ​ແກ່​ຄຣິສຕະຈັກ ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ໄດ້​ລ້ຽງດູ​ແມ່ໝ້າຍ ຜູ້​ທີ່​ບໍ່ມີ​ບ່ອນ​ເພິ່ງພາ​ອາໄສ​ແທ້ໆ.
17ຈົ່ງ​ຖື​ວ່າ​ຜູ້ປົກຄອງ​ທັງຫລາຍ ທີ່​ນຳພາ​ຄຣິສຕະຈັກ​ເປັນ​ຢ່າງດີ​ນັ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ ແລະ​ການ​ບຳລຸງລ້ຽງ​ສອງ​ເທົ່າ ໂດຍ​ສະເພາະ​ຜູ້​ທີ່​ເຮັດ​ວຽກ​ຢ່າງ​ດຸໝັ່ນ ໃນ​ການ​ເທດສະໜາ​ແລະ​ການ​ສັ່ງສອນ. 18ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຢ່າ​ເອົາ​ກະສອບ​ສູບ​ໃສ່​ປາກ​ງົວ ທີ່​ກໍາລັງ​ຢຽບ​ເຂົ້າ” ແລະ “ຄົນງານ​ກໍ​ຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງຕົນ.” 19ຢ່າ​ຮັບ​ຟັງ​ຄຳ​ກ່າວຫາ​ໃດໆ ໃສ່​ຜູ້ນຳ​ຄົນ​ໃດ​ຄົນ​ໜຶ່ງ ນອກຈາກ​ມີ​ພະຍານ​ສອງ​ຫລື​ສາມ​ປາກ. 20ສຳລັບ​ຜູ້​ທີ່​ຍັງ​ເຮັດ​ບາບ​ຢູ່​ນັ້ນ ຈົ່ງ​ຕຳໜິ​ຕິຕຽນ​ເຂົາ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ຄົນອື່ນ​ຈະ​ໄດ້​ຢຳເກງ​ເໝືອນກັນ.
21ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະພັກ​ພຣະເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ແລະ ຝູງ​ເທວະດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກສາ​ລະບຽບ​ເຫຼົ່ານີ້​ໄວ້ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ ແລະ​ບໍ່​ເຮັດ​ການ​ໃດໆ​ດ້ວຍ​ໃຈ​ລຳອຽງ. 22ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້ໃດ ແລະ​ຢ່າ​ເຂົ້າ​ສ່ວນ​ໃນ​ຄວາມ​ບາບ​ກັບ​ຄົນອື່ນ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ.
23ຕໍ່ໄປ​ຢ່າ​ດື່ມ​ແຕ່​ນໍ້າ​ສິ່ງ​ດຽວ ແຕ່​ຄວນ​ໃຊ້​ເຫລົ້າແວງ​ແດ່​ເລັກນ້ອຍ ເພາະ​ເຫັນແກ່​ກະເພາະ​ອາຫານ ແລະ​ຄວາມ​ອ່ອນແຮງ​ທີ່​ເຈົ້າ​ມີ​ຢູ່​ເລື້ອຍ​ນັ້ນ.
24ການ​ຜິດບາບ​ຂອງ​ບາງຄົນ​ກໍ​ປາກົດ​ຢ່າງ​ເປີດເຜີຍ ນຳ​ເຂົາ​ໄປ​ສູ່​ການ​ພິພາກສາ ແຕ່​ການ​ຜິດບາບ​ຂອງ​ບາງຄົນ ກໍ​ປາກົດ​ມາ​ຕາມ​ພາຍຫລັງ. 25ສ່ວນ​ການ​ດີ​ກໍ​ປາກົດ​ເປີດເຜີຍ​ຢ່າງ​ດຽວກັນ ແລະ​ເຖິງ​ແມ່ນ​ວ່າ​ບໍ່​ປາກົດ​ຄັກ ກໍ​ປົກບັງ​ໄວ້​ບໍ່ໄດ້.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for 1 ຕີໂມທຽວ 5