1 ເທສະໂລນິກ 3
3
1 ເຫດສະນັ້ນ ເມື່ອເຮົາອົດຢູ່ຕໍ່ໄປອີກບໍ່ໄດ້ ຈຶ່ງເຫັນດີໃຫ້ເຂົາປະເຮົາຜູ້ດຽວ ຢູ່ນະຄອນອາແຖນ 2ແລະໄດ້ໃຊ້ຕີໂມທຽວ ພີ່ນ້ອງຂອງເຮົາ ທີ່ເປັນຜູ້ຮັບໃຊ້ຂອງພຣະເຈົ້າຝ່າຍຂ່າວປະເສີດເລື່ອງພຣະຄຣິດ ໃຫ້ໄປຫາເຈົ້າທັງຫລາຍ ເພື່ອຈະຕັ້ງພວກເຈົ້າໄວ້ໃຫ້ໝັ້ນຄົງ ທັງຈະຊູໃຈໃນເລື່ອງຄວາມເຊື່ອຂອງພວກເຈົ້າ, 3ເພື່ອວ່າຈະບໍ່ມີຜູ້ໃດໃນພວກເຈົ້າຫັນໜີ ເພາະການຂົ່ມເຫັງເຫຼົ່ານັ້ນ ພວກເຈົ້າເອງກໍຮູ້ວ່າການຂົ່ມເຫັງເຊັ່ນນີ້ ແມ່ນແຜນການສ່ວນໜຶ່ງຂອງພຣະເຈົ້າສຳລັບພວກເຮົາ. 4ດ້ວຍວ່າ, ໃນລະຫວ່າງທີ່ພວກເຮົາຍັງຢູ່ກັບພວກເຈົ້ານັ້ນ ພວກເຮົາກໍໄດ້ບອກພວກເຈົ້າລ່ວງໜ້າໄວ້ແລ້ວວ່າ ພວກເຮົາຈະຖືກຂົ່ມເຫັງ ແລະກໍເປັນຢ່າງນັ້ນແທ້ ດັ່ງທີ່ພວກເຈົ້າຮູ້ແລ້ວ. 5ດ້ວຍເຫດນີ້ ເມື່ອເຮົາທົນຕໍ່ການຄອຍຖ້າບໍ່ໄດ້ອີກແລ້ວ ຈຶ່ງໃຊ້ຄົນໄປ ເພື່ອຈະໄດ້ຮູ້ເຖິງຄວາມເຊື່ອຂອງພວກເຈົ້າ ເພາະເຮົາຢ້ານວ່າຜູ້ລໍ້ລວງຈະທົດລອງພວກເຈົ້າແລ້ວ ດ້ວຍປະການໃດປະການໜຶ່ງ ແລະພາລະກິດທັງສິ້ນທີ່ພວກເຮົາໄດ້ກະທຳໄປນັ້ນ ກໍຈະເສຍປະໂຫຍດ.
6ບັດນີ້ ຕີໂມທຽວໄດ້ກັບມາແລ້ວ ແລະເພິ່ນໄດ້ນຳຂ່າວດີ ກ່ຽວກັບຄວາມເຊື່ອແລະຄວາມຮັກຂອງພວກເຈົ້າມາຫາພວກເຮົາ. ເພິ່ນໄດ້ບອກພວກເຮົາວ່າ ພວກເຈົ້າໄດ້ຄິດເຖິງພວກເຮົາຢ່າງດີຢູ່ສະເໝີ ແລະທັງບອກວ່າ ພວກເຈົ້າກໍຢາກເຫັນໜ້າພວກເຮົາຫລາຍ ເໝືອນດັ່ງທີ່ພວກເຮົາຢາກເຫັນໜ້າພວກເຈົ້າ. 7ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ ໃນທ່າມກາງຄວາມຍາກລຳບາກແລະການຂົ່ມເຫັງທັງໝົດ ທີ່ພວກເຮົາປະເຊີນຢູ່ນັ້ນ ພວກເຮົາກໍໄດ້ຮັບຄວາມຊູໃຈເພາະເລື່ອງຂອງພວກເຈົ້າ ແມ່ນຄວາມເຊື່ອຂອງພວກເຈົ້ານັ້ນແຫຼະ ທີ່ເຊີດຊູໃຈພວກເຮົາ. 8ເພາະຖ້າພວກເຈົ້າຕັ້ງໝັ້ນຄົງຢູ່ໃນອົງພຣະຜູ້ເປັນເຈົ້າແລ້ວ ຊີວິດຂອງເຮົາກໍສົດຊື່ນຂຶ້ນ. 9ເຮົາຈະໂມທະນາຂອບພຣະຄຸນພຣະເຈົ້າ ເພາະເຈົ້າທັງຫລາຍຢ່າງໃດອີກ ຈຶ່ງຈະເໝາະສົມກັບຄວາມຊົມຊື່ນຍິນດີທັງໝົດທີ່ເຮົາມີໃນພວກເຈົ້າ ຢູ່ຊ້ອງພຣະພັກພຣະເຈົ້າຂອງເຮົາທັງຫລາຍ. 10ພວກເຮົາພາວັນນາອະທິຖານທັງເວັນແລະຄືນ ດ້ວຍຄວາມປາຖະໜາອັນແຮງກ້າ ເພື່ອຈະໄດ້ເຫັນໜ້າພວກເຈົ້າອີກສ່ວນຕົວ ເພື່ອຈະເສີມສ້າງຄວາມເຊື່ອຂອງພວກເຈົ້າທີ່ບົກຜ່ອງຢູ່ນັ້ນໃຫ້ຄົບເຕັມ.
11ຂໍພຣະເຈົ້າ ພຣະບິດາເຈົ້າ ແລະອົງພຣະເຢຊູເຈົ້າຂອງເຮົາທັງຫລາຍ ຊົງນຳພວກເຮົາໄປຫາພວກເຈົ້າດ້ວຍເທີ້ນ 12ຂໍອົງພຣະຜູ້ເປັນເຈົ້າ ຊົງໂຜດໃຫ້ພວກເຈົ້າຈະເລີນຂຶ້ນ ແລະລົ້ນເຫຼືອໄປດ້ວຍຄວາມຮັກ ທີ່ມີຕໍ່ກັນແລະກັນ ແລະ ຕໍ່ຄົນທັງປວງ ເໝືອນດັ່ງທີ່ພວກເຮົາມີຄວາມຮັກຕໍ່ພວກເຈົ້ານັ້ນແລ້ວ 13ເພື່ອພຣະອົງຈະໄດ້ຊົງຊ່ວຍຊູຈິດໃຈຂອງພວກເຈົ້າ ໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມບໍຣິສຸດ ໂດຍບໍ່ມີຂໍ້ຕິຕຽນໄດ້ ເມື່ອຢູ່ຊ້ອງໜ້າພຣະເຈົ້າ ຄືພຣະບິດາເຈົ້າຂອງເຮົາທັງຫລາຍ ເມື່ອອົງພຣະເຢຊູເຈົ້າຂອງພວກເຮົາສະເດັດມາປາກົດ ພ້ອມກັບຄົນທັງປວງທີ່ເປັນຂອງພຣະອົງ.
Currently Selected:
1 ເທສະໂລນິກ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.