1 ໂກຣິນໂທ 4
4
ບັນດາອັກຄະສາວົກຂອງພຣະຄຣິດ
1ໃຫ້ທຸກຄົນຖືວ່າ ພວກເຮົາເປັນຜູ້ຮັບໃຊ້ຂອງພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຄວາມຈິງອັນເລິກລັບຂອງພຣະເຈົ້າ. 2ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່. 3ສຳລັບເຮົາແລ້ວ ການທີ່ພວກເຈົ້າ ຫລືມະນຸດຄົນໃດ ຈະຕັດສິນເຮົານັ້ນ ຖືວ່າເປັນເລື່ອງເລັກນ້ອຍ, ເຖິງແມ່ນວ່າ ເຮົາເອງກໍບໍ່ໄດ້ຕັດສິນຕົວເຮົາ. 4ເພາະເຮົາບໍ່ຮູ້ວ່າ ເຮົາເຮັດຜິດອັນໃດ ເຖິງປານນັ້ນກໍບໍ່ພົ້ນຈາກການພິພາກສາຕັດສິນ ຜູ້ທີ່ຈະພິພາກສາຕົວເຮົານັ້ນ ແມ່ນອົງພຣະຜູ້ເປັນເຈົ້າ. 5ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.
6ພີ່ນ້ອງທັງຫລາຍເອີຍ, ທີ່ເຮົາໄດ້ນຳເອົາເລື່ອງອາໂປໂລ ແລະເຮົາເອງມາກ່າວເປັນຕົວຢ່າງ ກໍເພື່ອຜົນປະໂຫຍດຂອງພວກເຈົ້າ ທີ່ຈະຮຽນຮູ້ເອົາຕາມແບບຢ່າງຂອງພວກເຮົາ ຄືຢ່າອອກນອກຂອບເຂດພຣະຄຳພີ, ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າມີໃຈຈອງຫອງ ໂດຍຍົກຜູ້ໜຶ່ງຂຶ້ນ ແລະຂົ່ມຜູ້ໜຶ່ງລົງ. 7ຜູ້ໃດເຮັດໃຫ້ເຈົ້າຕ່າງຈາກຄົນອື່ນໆ ຫລືມີສິ່ງໃດທີ່ເຈົ້າບໍ່ໄດ້ຮັບ, ຖ້າເຈົ້າໄດ້ຮັບແລ້ວ ເປັນຫຍັງເຈົ້າຈຶ່ງອວດເໝືອນກັບວ່າເຈົ້າບໍ່ໄດ້ຮັບເລີຍ?
8ພວກເຈົ້າມີທຸກສິ່ງທີ່ພວກເຈົ້າຕ້ອງການແລ້ວໜໍ ພວກເຈົ້າຮັ່ງມີບໍຣິບູນແລ້ວໜໍ ພວກເຈົ້າຂຶ້ນເປັນກະສັດແລ້ວ, ທັງໆທີ່ພວກເຮົາຍັງບໍ່ໄດ້ເປັນ ເຮົາກໍຢາກໃຫ້ພວກເຈົ້າເປັນກະສັດແທ້ໆ ເພື່ອວ່າພວກເຮົາຈະໄດ້ເປັນກະສັດຮ່ວມກັນກັບພວກເຈົ້າ. 9ເພາະເຮົາຄິດເຫັນວ່າ, ພຣະເຈົ້າໄດ້ວາງພວກເຮົາຜູ້ເປັນອັກຄະສາວົກໃຫ້ຢູ່ຫລ້າສຸດ, ໃຫ້ເປັນດັ່ງຄົນທີ່ຖືກລົງໂທດເຖິງຕາຍຕໍ່ໜ້າສາທາລະນະຊົນ ແລະເປັນຕົວລະຄອນໃຫ້ຈັກກະວານ, ໃຫ້ຝູງເທວະດາ ແລະໃຫ້ມະນຸດເບິ່ງ. 10ພວກເຮົາເປັນຄົນໂງ່ ເພາະເຫັນແກ່ພຣະຄຣິດ, ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ ພວກເຮົາເປັນຜູ້ອ່ອນແຮງ, ແຕ່ພວກເຈົ້າເປັນຜູ້ແຂງແຮງ ພວກເຈົ້າມີກຽດ, ແຕ່ເຮົາບໍ່ມີກຽດ. 11ຈົນເຖິງປະຈຸບັນນີ້ ພວກເຮົາກໍຍັງອຶດເຂົ້າ, ຢາກນໍ້າ, ຂາດເຄື່ອງນຸ່ງຫົ່ມ, ຖືກຕົບຕີ ແລະບໍ່ມີບ່ອນພັກພາອາໄສເປັນຫຼັກແຫຼ່ງ, 12ພວກເຮົາຍັງອົດສາຫາລ້ຽງຊີບຕົນເອງ ໂດຍເຮັດວຽກຢ່າງໜັກໜ່ວງ. ເມື່ອຖືກປ້ອຍດ່າ ພວກເຮົາກໍອວຍພອນ ເມື່ອຖືກຂົ່ມເຫັງ ພວກເຮົາກໍອົດທົນເອົາ, 13ເມື່ອຖືກນິນທາປະໝາດ ພວກເຮົາກໍຊອກຫາທາງປອງດອງ ພວກເຮົາເປັນເໝືອນຂີ້ເຫຍື້ອຂອງໂລກ ພວກເຮົາເປັນເໝືອນຂອງເສດເຫລືອຈາກສິ່ງສາລະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້.
14ເຮົາບໍ່ໄດ້ຂຽນຂໍ້ຄວາມເຫຼົ່ານີ້ເຖິງພວກເຈົ້າ ເພື່ອໃຫ້ພວກເຈົ້າອັບອາຍ, ແຕ່ເພື່ອເຕືອນສະຕິພວກເຈົ້າ ໃນຖານະເປັນລູກທີ່ຮັກຂອງເຮົາ. 15ເຖິງແມ່ນວ່າ ຊີວິດໃນພຣະຄຣິດ ພວກເຈົ້າມີຜູ້ຄວບຄຸມດູແລເປັນສິບພັນຄົນກໍຕາມ, ແຕ່ພວກເຈົ້າກໍມີພໍ່ຄົນດຽວເທົ່ານັ້ນ ເພາະຊີວິດໃນພຣະເຢຊູຄຣິດເຈົ້ານັ້ນ, ເຮົາໄດ້ໃຫ້ກຳເນີດພວກເຈົ້າໂດຍຂ່າວປະເສີດ. 16ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ປະຕິບັດຕາມແບບຢ່າງຂອງເຮົາ. 17ເພາະດ້ວຍເຫດນີ້ ເຮົາຈຶ່ງໄດ້ໃຊ້ຕີໂມທຽວ ລູກທີ່ຮັກຂອງເຮົາ ຜູ້ເປັນຄົນສັດຊື່ໃນອົງພຣະຜູ້ເປັນເຈົ້າໃຫ້ມາຫາພວກເຈົ້າ. ລາວຈະຊ່ວຍເຕືອນພວກເຈົ້າ ເຖິງຫລັກການດຳເນີນຊີວິດໃນພຣະເຢຊູຄຣິດເຈົ້າ ຕາມທີ່ເຮົາເຄີຍສັ່ງສອນໃນຄຣິສຕະຈັກຕ່າງໆ.
18ມີບາງຄົນໃນພວກເຈົ້າອວດຕົວຂຶ້ນເໝືອນກັບວ່າ ເຮົາຈະບໍ່ມາຫາພວກເຈົ້າ. 19ແຕ່ຖ້າອົງພຣະຜູ້ເປັນເຈົ້າຊົງພໍພຣະໄທ ເຮົາຈະມາຫາພວກເຈົ້າໃນບໍ່ຊ້ານີ້ ແລະເຮົາຈະໄດ້ຢັ່ງຮູ້ ບໍ່ແມ່ນຄຳເວົ້າຂອງຄົນອວດຕົວຂຶ້ນເທົ່ານັ້ນ, ແຕ່ທັງຣິດອຳນາດຂອງເຂົາດ້ວຍ. 20ເພາະວ່າອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງຄຳເວົ້າ, ແຕ່ແມ່ນເລື່ອງຣິດອຳນາດ. 21ພວກເຈົ້າຕ້ອງການອັນໃດ? ຈະຕ້ອງໃຫ້ເຮົາຖືໄມ້ແສ້ມາຫາພວກເຈົ້າ ຫລືຈະໃຫ້ເຮົາມາດ້ວຍຄວາມຮັກ ແລະດ້ວຍໃຈອ່ອນສຸພາບ?
Currently Selected:
1 ໂກຣິນໂທ 4: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.