1 ໂກຣິນໂທ 3
3
ບັນດາຜູ້ຮັບໃຊ້ຂອງພຣະເຈົ້າ
1ພີ່ນ້ອງທັງຫລາຍເອີຍ, ຕາມຄວາມເປັນຈິງແລ້ວ ຝ່າຍເຮົາຈະເວົ້າກັບພວກເຈົ້າເໝືອນເວົ້າກັບຄົນທີ່ຢູ່ຝ່າຍພຣະວິນຍານກໍບໍ່ໄດ້, ເຮົາຈຳເປັນຕ້ອງເວົ້າກັບພວກເຈົ້າ ເໝືອນເວົ້າກັບຄົນທີ່ຢູ່ຝ່າຍມະນຸດທຳມະດາ ເໝືອນດັ່ງພວກເຈົ້າເປັນເດັກນ້ອຍຝ່າຍຄວາມເຊື່ອໃນພຣະຄຣິດ. 2ເຮົາໄດ້ລ້ຽງພວກເຈົ້າດ້ວຍນໍ້ານົມ ບໍ່ແມ່ນດ້ວຍອາຫານແຂງ ເພາະວ່າເມື່ອກ່ອນນັ້ນ ພວກເຈົ້າຍັງບໍ່ສາມາດຮັບໄດ້ເທື່ອ, ຈົນມາບັດນີ້ ພວກເຈົ້າກໍຍັງບໍ່ທັນສາມາດຮັບໄດ້ອີກ, 3ເພາະວ່າ ພວກເຈົ້າຍັງຢູ່ຝ່າຍມະນຸດທຳມະດາ, ພວກເຈົ້າຍັງອິດສາກັນ ແລະຜິດຂ້ອງຕ້ອງຖຽງກັນຢູ່ ພວກເຈົ້າຢູ່ຝ່າຍມະນຸດທຳມະດາ ແລະບໍ່ດຳເນີນຊີວິດຕາມມະນຸດທຳມະດາບໍ? 4ເພາະເມື່ອຜູ້ໜຶ່ງໃນພວກເຈົ້າເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍອາໂປໂລ” ພວກເຈົ້າບໍ່ໄດ້ເປັນພຽງແຕ່ມະນຸດທຳມະດາບໍ?
5ຖ້າດັ່ງນັ້ນ ອາໂປໂລແມ່ນຜູ້ໃດ? ແລະ ໂປໂລແມ່ນຜູ້ໃດ? ກໍເປັນພຽງແຕ່ຜູ້ຮັບໃຊ້ຂອງພຣະເຈົ້າ ທີ່ໄດ້ນຳພວກເຈົ້າໃຫ້ເຊື່ອເທົ່ານັ້ນ, ພວກເຮົາແຕ່ລະຄົນ ຮັບໃຊ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້. 6ເຮົາເປັນຜູ້ປູກ, ອາໂປໂລເປັນຜູ້ຫົດນໍ້າ, ແຕ່ແມ່ນພຣະເຈົ້າທີ່ເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ. 7ຜູ້ປູກກັບຜູ້ຫົດນໍ້າກໍບໍ່ສຳຄັນຢ່າງໃດ, ແມ່ນພຣະເຈົ້າເທົ່ານັ້ນທີ່ເປັນຜູ້ສຳຄັນ ເພາະພຣະອົງເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ. 8ຜູ້ປູກກັບຜູ້ຫົດນໍ້າກໍເປັນພວກດຽວກັນ, ແຕ່ລະຄົນຈະໄດ້ຮັບລາງວັນຕາມການງານທີ່ຕົນໄດ້ເຮັດນັ້ນ. 9ດ້ວຍວ່າ, ພວກເຮົາເປັນຜູ້ຮ່ວມກັນທຳງານຂອງພຣະເຈົ້າ ແລະພວກເຈົ້າເປັນໄຮ່ນາຂອງພຣະເຈົ້າ.
ພວກເຈົ້າກໍເປັນຕຶກຂອງພຣະເຈົ້າເໝືອນກັນ. 10ໂດຍພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກລົງເໝືອນນາຍຊ່າງຜູ້ຊຳນານ ແລະຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ, ແຕ່ທຸກຄົນ ຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ. 11ດ້ວຍວ່າ, ຜູ້ໃດຈະວາງຮາກອື່ນອີກບໍ່ໄດ້ ນອກຈາກຮາກທີ່ວາງໄວ້ແລ້ວນັ້ນ ຄືພຣະເຢຊູຄຣິດເຈົ້າ. 12ຖ້າຜູ້ໃດຈະເອົາຄຳ ຫລືເງິນ ຫລືເພັດພອຍ ຫລືໄມ້ ຫລືຫຍ້າແຫ້ງ ຫລືເຟືອງກໍດີ ມາກໍ່ຂຶ້ນເທິງຮາກຖານນັ້ນ. 13ການງານຂອງແຕ່ລະຄົນ ກໍຈະປາກົດໃຫ້ເຫັນແຈ່ມແຈ້ງໃນວັນນັ້ນ. ດ້ວຍວ່າ, ໃນວັນນັ້ນ ໄຟຈະເປີດເຜີຍການງານຂອງທຸກຄົນ ໄຟນັ້ນຈະທົດລອງເບິ່ງວ່າ ການງານຂອງທຸກຄົນເປັນຢ່າງໃດ. 14ຖ້າການງານຂອງຜູ້ໃດ ກໍ່ຂຶ້ນເທິງຮາກຖານນັ້ນທົນຢູ່ໄດ້ ຜູ້ນັ້ນກໍຈະໄດ້ຮັບບຳເໜັດ. 15ແຕ່ຖ້າການງານຂອງຜູ້ໃດ ຖືກເຜົາໄໝ້ເສຍ ຜູ້ນັ້ນກໍຈະຂາດບຳເໜັດ, ແຕ່ຕົນເອງກໍຈະໄດ້ພົ້ນ ແຕ່ເໝືອນຜ່ານພົ້ນໄຟ.
16ພວກເຈົ້າບໍ່ຮູ້ບໍວ່າ, ພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະພຣະວິນຍານຂອງພຣະເຈົ້າ ກໍສະຖິດຢູ່ໃນພວກເຈົ້າ. 17ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະອົງກໍຈະທຳລາຍຜູ້ນັ້ນ. ດ້ວຍວ່າ, ວິຫານຂອງພຣະເຈົ້າເປັນທີ່ບໍຣິສຸດສັກສິດ ແລະພວກເຈົ້ານັ້ນແຫຼະ ເປັນວິຫານຂອງພຣະອົງ.
18ຢ່າມົວແຕ່ຫລອກລວງຕົນເອງຢູ່ເລີຍ, ຖ້າຜູ້ໃດໃນທ່າມກາງຂອງພວກເຈົ້າ ຄິດວ່າຕົນມີປັນຍາໃນສະໄໝນີ້ ຈົ່ງໃຫ້ຜູ້ນັ້ນຍອມເປັນຄົນໂງ່ ເພື່ອຈະໄດ້ເປັນຜູ້ມີປັນຍາຢ່າງແທ້ຈິງ. 19ດ້ວຍວ່າ, ປັນຍາຂອງໂລກນີ້ ກໍເປັນຄວາມໂງ່ຕໍ່ສາຍຕາຂອງພຣະເຈົ້າ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຈັບຄົນມີປັນຍາດ້ວຍອຸບາຍຂອງເຂົາເອງ.” 20ແລະຍັງມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, “ອົງພຣະຜູ້ເປັນເຈົ້າຮູ້ຄວາມຄິດຂອງຄົນມີປັນຍານັ້ນວ່າ ເປັນຂອງໄຮ້ປະໂຫຍດ.” 21ດັ່ງນັ້ນ ຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນມາອວດ. ດ້ວຍວ່າ, ສິ່ງສາລະພັດກໍເປັນຂອງພວກເຈົ້າແລ້ວ, 22ເຖິງວ່າໂປໂລ ຫລືອາໂປໂລ ຫລືເປໂຕ ຫລືໂລກ ຫລືຊີວິດ ຫລືຄວາມຕາຍ ຫລືປະຈຸບັນ ຫລືອະນາຄົດກໍດີ ສິ່ງສາລະພັດເຫຼົ່ານັ້ນ ກໍເປັນຂອງພວກເຈົ້າ, 23ແລະພວກເຈົ້າເປັນຂອງພຣະຄຣິດ ແລະພຣະຄຣິດຊົງເປັນຂອງພຣະເຈົ້າ.
Currently Selected:
1 ໂກຣິນໂທ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.