1 ໂກຣິນໂທ 16
16
ການແຜ່ຊັບເພື່ອຊ່ວຍເຫລືອພີ່ນ້ອງຊາວຄຣິດ
1ບັດນີ້ ກ່ຽວກັບຊັບ ຊຶ່ງມີການແຜ່ ເພື່ອສົງເຄາະແກ່ໄພ່ພົນຂອງພຣະເຈົ້ານັ້ນ ພວກເຈົ້າຕ້ອງປະຕິບັດຕາມທີ່ເຮົາໄດ້ສັ່ງໃຫ້ບັນດາຄຣິສຕະຈັກໃນແຂວງຄາລາເຕຍປະຕິບັດ. 2ທຸກໆວັນຕົ້ນອາທິດໃດ ໃຫ້ແຕ່ລະຄົນໃນພວກເຈົ້າຈັດຊັບໄວ້ຕ່າງຫາກ ຕາມຊັດສ່ວນທີ່ພວກເຈົ້າຫາມາໄດ້ ແລະສະສົມໄວ້ນັ້ນ ເພື່ອວ່າ ເມື່ອເຮົາມາເຖິງຈະບໍ່ຕ້ອງມີການແຜ່ເກັບເອົາ. 3ເມື່ອເຮົາມາເຖິງ ເຮົາຈະມອບຈົດໝາຍແນະນຳຕົວໃຫ້ແກ່ບັນດາຜູ້ທີ່ພວກເຈົ້າເຫັນຊອບ ແລະໃຊ້ພວກເຂົານຳຊັບຊຶ່ງພີ່ນ້ອງຖວາຍນັ້ນ ໄປທີ່ນະຄອນເຢຣູຊາເລັມ. 4ຖ້າເຫັນສົມຄວນໃຫ້ເຮົາເອງໄປ ຄົນເຫຼົ່ານັ້ນກໍຈະໄປກັບເຮົາ.
ແຜນການເດີນທາງຂອງໂປໂລ
5ເຮົາຈະມາຫາພວກເຈົ້າ ເມື່ອເຮົາໄດ້ຜ່ານແຂວງມາເກໂດເນຍ ເພາະວ່າເຮົາຈຳເປັນຕ້ອງໄດ້ຜ່ານແຂວງນັ້ນ. 6ເຮົາອາດຈະພັກຢູ່ກັບພວກເຈົ້າເຫິງເຕີບກໍເປັນໄດ້ ບາງທີຈົນໝົດລະດູໜາວ ແລ້ວເຮົາຈະໄປທາງໃດ ພວກເຈົ້າກໍຈັດສົ່ງເຮົາໄປທາງນັ້ນ. 7ເຮົາຢາກພົບພວກເຈົ້າ ບໍ່ແມ່ນພຽງແຕ່ເມື່ອຜ່ານໄປເທົ່ານັ້ນ ຖ້າອົງພຣະຜູ້ເປັນເຈົ້າເຫັນຊອບ ເຮົາຫວັງທີ່ຈະພັກຢູ່ກັບພວກເຈົ້າເປັນເວລາເຫິງສົມຄວນ.
8ແຕ່ເຮົາຈະພັກຢູ່ທີ່ເມືອງເອເຟໂຊ ຈົນເຖິງເທດສະການເພັນເຕຄໍສະເຕ. 9ຢູ່ໃນເມືອງນີ້ ເຮົາມີໂອກາດອັນດີທີ່ສຸດສຳລັບດຳເນີນພາລະກິດອັນຍິ່ງໃຫຍ່, ເຖິງແມ່ນວ່າ ມີຜູ້ຕໍ່ຕ້ານຈຳນວນຫລວງຫລາຍກໍຕາມ.
10ຖ້າຕີໂມທຽວມາຫາພວກເຈົ້າ ກໍໃຫ້ພວກເຈົ້າຕ້ອນຮັບລາວໄວ້ນຳພວກເຈົ້າຢ່າງເປັນກັນເອງ ເພາະລາວກໍດຳເນີນພາລະກິດຂອງອົງພຣະຜູ້ເປັນເຈົ້າເໝືອນກັນກັບເຮົາ. 11ຢ່າໃຫ້ຜູ້ໃດໝິ່ນປະໝາດລາວ, ແຕ່ໃຫ້ພວກເຈົ້າຊ່ວຍລາວເດີນທາງໄປຕໍ່ຢ່າງສັນຕິສຸກ ເພື່ອວ່າລາວຈະກັບມາຮອດເຮົາ ເພາະເຮົາກຳລັງລໍຖ້າລາວຢູ່ພ້ອມກັບພວກພີ່ນ້ອງ.
12ບັດນີ້ ກ່ຽວກັບອາໂປໂລ ຜູ້ເປັນພີ່ນ້ອງນັ້ນ ເຮົາໄດ້ຊູໃຈລາວຢູ່ສະເໝີ ໃຫ້ມາຢ້ຽມຢາມພວກເຈົ້າກັບພີ່ນ້ອງຄົນອື່ນໆ, ແຕ່ລາວຍັງບໍ່ໃຫ້ຄຳໝັ້ນໃຈຢ່າງຄັກແນ່ ວ່າຈະໄປໃນເວລານີ້, ເມື່ອລາວມີໂອກາດແລ້ວຈຶ່ງຈະໄປ.
ຄຳຕັກເຕືອນ ແລະ ຄຳນັບຖືຄັ້ງສຸດທ້າຍ
13ຈົ່ງເຝົ້າລະວັງໃຫ້ດີ ຈົ່ງຢືນຢັດຢູ່ຢ່າງໝັ້ນຄົງໃນຄວາມເຊື່ອ ຈົ່ງກ້າຫານ ແລະຈົ່ງເຂັ້ມແຂງ. 14ຈົ່ງເຮັດທຸກສິ່ງທຸກຢ່າງດ້ວຍຄວາມຮັກ.
15ພວກເຈົ້າກໍຮູ້ສະເຕຟານາກັບຄອບຄົວຂອງລາວ ພວກເຂົາເປັນຊາວຄຣິສຕຽນພວກທຳອິດຢູ່ໃນແຂວງອະຂາຢາ ແລະໄດ້ອຸທິດຕົວພວກເຂົາເອງໃນການບົວລະບັດຮັບໃຊ້ໄພ່ພົນຂອງພຣະເຈົ້າ, 16ພີ່ນ້ອງທັງຫລາຍເອີຍ ເຮົາຂໍຕັກເຕືອນພວກເຈົ້າ ໃຫ້ຢູ່ໃຕ້ການນຳພາຂອງຄົນເຫຼົ່ານີ້ ແລະຂອງທຸກຄົນທີ່ຮ່ວມງານ ແລະບົວລະບັດຮັບໃຊ້ດ້ວຍຄວາມລຳບາກຮ່ວມກັບພວກເຂົາ.
17ເຮົາດີໃຈທີ່ສະເຕຟານາ ຟອກຕູນາໂຕ ແລະ ອະຂາອີໂກໄດ້ມາທີ່ນີ້ ພວກເຂົາໄດ້ເຮັດແທນໃຫ້ພວກເຈົ້າໃນສິ່ງທີ່ພວກເຈົ້າຂາດຢູ່. 18ແລະພວກເຂົາໄດ້ຊູໃຈເຮົາເໝືອນດັ່ງທີ່ພວກເຂົາໄດ້ຊູໃຈພວກເຈົ້ານັ້ນ ພວກເຈົ້າຕ້ອງຮັບຮູ້ຄຸນຄ່າຂອງຄົນເຫຼົ່ານັ້ນ.
19ຄຣິສຕະຈັກຕ່າງໆໃນແຂວງເອເຊຍ ສົ່ງຄວາມຄິດເຖິງຂອງພວກເຂົາມາຍັງພວກເຈົ້າ, ອາກີລາກັບປີຊະກີລາພ້ອມດ້ວຍຄຣິສຕະຈັກ ທີ່ປະຊຸມກັນຢູ່ໃນເຮືອນຂອງພວກເຂົາ ກໍສົ່ງຄວາມຄິດເຖິງອັນອົບອຸ່ນໃນອົງພຣະຜູ້ເປັນເຈົ້າ ມາເຖິງພວກເຈົ້າດ້ວຍ. 20ພີ່ນ້ອງທຸກຄົນໃນທີ່ນີ້ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ.
ຈົ່ງທັກທາຍປາໄສກັນ ດ້ວຍທຳນຽມຈູບອັນບໍຣິສຸດ.
21ເຮົາຂຽນຂໍ້ຄວາມຕໍ່ໄປນີ້ດ້ວຍມືຂອງເຮົາເອງ ດ້ວຍຄວາມຄິດເຖິງ ຈາກໂປໂລ. 22ຜູ້ໃດກໍຕາມ ທີ່ບໍ່ຮັກອົງພຣະຜູ້ເປັນເຈົ້າ ຂໍໃຫ້ຖືກສາບແຊ່ງ ມາຣານາທາ ມີຄວາມໝາຍວ່າ, ຂໍໃຫ້ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງສະເດັດມາເທີ້ນ.
23ຂໍໃຫ້ພຣະຄຸນຂອງອົງພຣະເຢຊູເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ. 24ຂໍໃຫ້ຄວາມຮັກຂອງເຮົາ ຈົ່ງດຳລົງຢູ່ໃນພວກເຈົ້າທຸກຄົນໃນພຣະຄຣິດເຈົ້າເຢຊູ.
Currently Selected:
1 ໂກຣິນໂທ 16: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.