1 ໂກຣິນໂທ 15
15
ພຣະຄຣິດຊົງຟື້ນຄືນມາຈາກຕາຍ
1ບັດນີ້ພີ່ນ້ອງທັງຫລາຍເອີຍ, ເຮົາຂໍໃຫ້ພວກເຈົ້າຄຳນຶງເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າ ຊຶ່ງພວກເຈົ້າໄດ້ຮັບເອົາໄວ້ ແລະຕັ້ງຢູ່ໃນຂ່າວປະເສີດນັ້ນ. 2ແລະຊຶ່ງເປັນເຫດທີ່ກຳລັງເຮັດໃຫ້ເຈົ້າທັງຫລາຍໄດ້ພົ້ນ ຖ້າພວກເຈົ້າຍັງຢຶດຖືຂໍ້ຄວາມທີ່ເຮົາໄດ້ປະກາດເປັນຂ່າວປະເສີດໃຫ້ແກ່ພວກເຈົ້ານັ້ນ, ເວັ້ນເສຍແຕ່ພວກເຈົ້າຫາກເຊື່ອຢ່າງບໍ່ຈິງໃຈ.
3ເລື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ມອບໄວ້ແກ່ເຈົ້າທັງຫລາຍເປັນເລື່ອງສຳຄັນທີ່ສຸດຄືວ່າ, ພຣະຄຣິດຊົງສິ້ນພຣະຊົນແທນຄວາມຜິດບາບຂອງເຮົາທັງຫລາຍ ຕາມທີ່ມີຂຽນໄວ້ໃນພຣະຄຳພີ, 4ແລະພຣະອົງໄດ້ຖືກຝັງໄວ້ ແລະໃນວັນຖ້ວນສາມ ໄດ້ຖືກຊົງບັນດານໃຫ້ເປັນຄືນມາສູ່ຊີວິດ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ; 5ພຣະອົງໄດ້ປາກົດແກ່ເປໂຕ ແລະໄດ້ປາກົດແກ່ອັກຄະສາວົກສິບສອງຄົນດ້ວຍ. 6ຕໍ່ມາ ພຣະອົງກໍໄດ້ປາກົດແກ່ພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນໃນຄັ້ງດຽວ ຊຶ່ງສ່ວນຫລາຍຍັງມີຊີວິດຢູ່, ແຕ່ບາງຄົນໄດ້ຕາຍໄປແລ້ວ. 7ຕໍ່ມາອີກ ພຣະອົງໄດ້ປາກົດແກ່ຢາໂກໂບ ແລະຫລັງຈາກນັ້ນ ກໍໄດ້ປາກົດແກ່ພວກອັກຄະສາວົກທຸກຄົນ.
8ໃນທີ່ສຸດ ພຣະອົງໄດ້ປາກົດແກ່ເຮົາ ຜູ້ເປັນເໝືອນລູກທີ່ເກີດຜິດຍາມ. 9ດ້ວຍວ່າ, ເຮົາເປັນຜູ້ນ້ອຍທີ່ສຸດ ໃນບັນດາອັກຄະສາວົກທຸກຄົນ ເຮົາຈຶ່ງບໍ່ສົມຄວນໃຫ້ຄົນເອີ້ນເຮົາວ່າ, ອັກຄະສາວົກ ເພາະເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ. 10ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກໜ່ວງຫຼາຍກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ. 11ເຫດສະນັ້ນ ບໍ່ວ່າສິ່ງນັ້ນມາຈາກເຮົາ ຫລືມາຈາກພວກເຂົາກໍດີ ພວກເຮົາທຸກຄົນຕ່າງກໍປະກາດຢ່າງນັ້ນ ແລະພວກເຈົ້າກໍເຊື່ອຢ່າງນັ້ນ.
ການທີ່ຄົນຕາຍເປັນຄືນມາ
12ບັດນີ້ ໃນເມື່ອມີການປະກາດທົ່ວໄປວ່າ, ພຣະຄຣິດຊົງເປັນຄືນມາຈາກຕາຍແລ້ວ, ດ້ວຍເຫດໃດບາງຄົນໃນພວກເຈົ້າຈຶ່ງເວົ້າວ່າ, ບໍ່ມີການເປັນຄືນມາຈາກຕາຍ? 13ຖ້າບໍ່ມີການເປັນຄືນມາຈາກຕາຍ ພຣະຄຣິດກໍບໍ່ໄດ້ຖືກຊົງບັນດານໃຫ້ຄືນຂຶ້ນມາ 14ຖ້າພຣະຄຣິດບໍ່ໄດ້ຊົງຄືນພຣະຊົນແລ້ວ ການປະກາດຂອງພວກເຮົາກໍບໍ່ມີປະໂຫຍດ ແລະຄວາມເຊື່ອຂອງພວກເຈົ້າ ກໍບໍ່ມີປະໂຫຍດເໝືອນກັນ. 15ນອກຈາກນັ້ນກໍສະແດງວ່າ, ພວກເຮົາເວົ້າຕົວະໃນເລື່ອງພຣະເຈົ້າ ເພາະພວກເຮົາໄດ້ກ່າວວ່າ, ພຣະເຈົ້າໄດ້ຊົງບັນດານໃຫ້ພຣະຄຣິດເປັນຄືນມາຈາກຕາຍ ແຕ່ຖ້າຄົນຕາຍບໍ່ຖືກບັນດານໃຫ້ເປັນຄືນມາແລ້ວ ພຣະເຈົ້າກໍບໍ່ໄດ້ບັນດານໃຫ້ພຣະຄຣິດເປັນຄືນມາເໝືອນກັນ. 16ດ້ວຍວ່າ, ຖ້າຄົນຕາຍບໍ່ເປັນຄືນມາ ພຣະຄຣິດກໍບໍ່ໄດ້ເປັນຄືນມາ. 17ແລະຖ້າພຣະຄຣິດບໍ່ໄດ້ເປັນຄືນມາ ຄວາມເຊື່ອຂອງພວກເຈົ້າກໍໄຮ້ປະໂຫຍດ ແລະພວກເຈົ້າກໍຍັງຈົມຢູ່ໃນການບາບຂອງພວກຕົນ. 18ຊໍ້າກວ່ານັ້ນອີກ ພວກຄົນທີ່ເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວນັ້ນ ກໍຈິບຫາຍໄປດ້ວຍ. 19ຖ້າຄວາມຫວັງຂອງພວກເຮົາໃນພຣະຄຣິດ ມີຄຸນຄ່າພຽງແຕ່ສຳລັບຊີວິດນີ້ເທົ່ານັ້ນ ພວກເຮົາກໍເປັນຄົນທີ່ໜ້າສັງເວດທີ່ສຸດໃນບັນດາຄົນທັງປວງ.
20ແຕ່ທີ່ຈິງ ພຣະຄຣິດໄດ້ຊົງຖືກບັນດານໃຫ້ຄືນພຣະຊົນແລ້ວ ແລະຊົງເປັນຜົນແລກໃນພວກຄົນທີ່ລ່ວງລັບໄປແລ້ວນັ້ນ. 21ເພາະວ່າຄວາມຕາຍໄດ້ມີມາທາງມະນຸດສັນໃດ ການຄືນມາຈາກຕາຍກໍມີມາທາງມະນຸດສັນນັ້ນ. 22ດ້ວຍວ່າ, ຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມສັນໃດ ຄົນທັງປວງກໍຈະຖືກຊົງບັນດານໃຫ້ມີຊີວິດ ເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ. 23ແຕ່ຈະເປັນໄປຕາມລຳດັບຂອງແຕ່ລະຄົນ ຄືພຣະຄຣິດເປັນຜົນແລກ ຕໍ່ໄປແມ່ນພວກທີ່ເປັນຂອງພຣະຄຣິດ ໃນເວລາທີ່ພຣະອົງສະເດັດມາປາກົດ. 24ແລ້ວກໍຈະເປັນຍຸກສຸດທ້າຍ ຄືເມື່ອພຣະຄຣິດຈະຊົງມີໄຊເໜືອວິນຍານທຸກດວງທີ່ປົກຄອງໂລກ ເໜືອສິດອຳນາດ ແລະອານຸພາບທັງສິ້ນ ແລະຈະມອບອານາຈັກຖວາຍແກ່ພຣະບິດາເຈົ້າ. 25ດ້ວຍວ່າ, ຈຳເປັນທີ່ພຣະຄຣິດຕ້ອງຂຶ້ນປົກຄອງໃນອານາຈັກຂອງພຣະອົງ ຈົນກວ່າພຣະເຈົ້າຊົງປາບສັດຕູທັງປວງ ໃຫ້ຢູ່ໃຕ້ພື້ນຕີນຂອງພຣະອົງ. 26ສັດຕູໂຕສຸດທ້າຍທີ່ຈະຖືກດັບສູນແມ່ນຄວາມຕາຍ. 27ເຫດວ່າ, “ພຣະເຈົ້າຊົງປາບສິ່ງສາລະພັດລົງໃຕ້ພຣະບາດຂອງພຣະອົງແລ້ວ.” ເປັນທີ່ຈະແຈ້ງຢ່າງຄັກແນ່ແລ້ວ ຄຳວ່າ, “ສິ່ງສາລະພັດ” ບໍ່ລວມເອົາພຣະເຈົ້າເຂົ້ານຳ ຄືອົງທີ່ຊົງປາບທຸກສິ່ງໃຫ້ຢູ່ໃຕ້ພຣະບາດຂອງພຣະຄຣິດ. 28ແລະເມື່ອສິ່ງສາລະພັດໄດ້ຖືກປາບລົງຢູ່ໃຕ້ພຣະອົງແລ້ວ ເມື່ອນັ້ນອົງພຣະບຸດຈະຊົງຍອມລົງຢູ່ໃຕ້ພຣະເຈົ້າ ຜູ້ຊົງປາບສິ່ງສາລະພັດຢູ່ໃຕ້ພຣະອົງນັ້ນ ເພື່ອພຣະເຈົ້າຈະໄດ້ຊົງເປັນເອກ ເປັນໃຫຍ່ໃນສິ່ງສາລະພັດທັງປວງ.
29ຖ້າບໍ່ເປັນຢ່າງນັ້ນ ຄົນທັງຫລາຍທີ່ຮັບບັບຕິສະມາເພື່ອຄົນຕາຍນັ້ນ ຈະໝາຍຄວາມວ່າຢ່າງໃດ? ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍຄືນຂຶ້ນມາແທ້ ດ້ວຍເຫດໃດຈຶ່ງມີຄົນຮັບບັບຕິສະມາເພື່ອຄົນຕາຍ? 30ສ່ວນພວກເຮົານັ້ນ, ດ້ວຍເຫດໃດຈຶ່ງສ່ຽງຕໍ່ໄພອັນຕະລາຍຢູ່ທຸກເວລາ? 31ພີ່ນ້ອງທັງຫລາຍເອີຍ, ເຮົາປະເຊີນໜ້າກັບຄວາມຕາຍທຸກວັນ ຄວາມພູມໃຈທີ່ເຮົາມີໃນພວກເຈົ້າ ຄືຊີວິດທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 32ຖ້າເຮົາໄດ້ຕໍ່ສູ້ກັບສັດຮ້າຍທີ່ເມືອງເອເຟໂຊ (ຕາມຄວາມເຫັນຂອງມະນຸດ) ຈະເປັນປະໂຫຍດອັນໃດແກ່ເຮົາ ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍເປັນຄືນມາອີກ “ກໍໃຫ້ພວກເຮົາພາກັນກິນແລະດື່ມເທີ້ນ ເພາະວ່າມື້ອື່ນພວກເຮົາກໍຈະຕາຍ.”
33ຢ່າສູ່ໃຫ້ພວກເຈົ້າຫລົງຜິດໄປ “ການຄົບກັບຄົນຊົ່ວຍ່ອມເຮັດໃຫ້ເສຍນິໄສ.” 34ຈົ່ງກັບຄືນມາສູ່ນິໄສອັນຖືກຕ້ອງ ແລະເຊົາເຮັດບາບສາ, ການທີ່ເຮົາເວົ້າດັ່ງນີ້ ກໍເພື່ອພວກເຈົ້າຈະລະອາຍໃຈ ເພາະມີບາງຄົນໃນພວກເຈົ້າຍັງບໍ່ຮູ້ພຣະເຈົ້າ.
ຮ່າງກາຍທີ່ເປັນຄືນມາ
35ບາງຄົນອາດຈະຖາມວ່າ, “ຄົນທີ່ຕາຍໄປ ຈະເປັນຄືນມາໄດ້ຢ່າງໃດ? ເມື່ອເຂົາຄືນມາຈະມີຮ່າງກາຍຊະນິດໃດ?” 36ໂອ ຄົນທີ່ໄຮ້ຄວາມຄິດເອີຍ, ເມື່ອເຈົ້າຫວ່ານເມັດພືດລົງໃນດິນນັ້ນ ຖ້າມັນບໍ່ຕາຍເສຍກ່ອນ ຈະງອກຂຶ້ນມາໃໝ່ໄດ້ຢ່າງໃດ. 37ສິ່ງທີ່ເຈົ້າຫວ່ານລົງໃນດິນນັ້ນ ເປັນພຽງແຕ່ເມັດພືດລ້າໆ ອາດເປັນເມັດເຂົ້າ ຫລືເມັດອື່ນໆກໍໄດ້ ເຈົ້າບໍ່ໄດ້ຫວ່ານຕົ້ນພືດທີ່ຈະໃຫຍ່ຂຶ້ນນັ້ນ. 38ພຣະເຈົ້າປະທານຮູບຮ່າງຂອງຕົ້ນພືດໃຫ້ເມັດພືດນັ້ນ ຕາມທີ່ພຣະອົງຕ້ອງການ ພຣະອົງໃຫ້ເມັດພືດແຕ່ລະຊະນິດມີຮູບຮ່າງຂອງຕົ້ນພືດຕາມແບບສະເພາະຂອງມັນເອງ.
39ເນື້ອຂອງສິ່ງທີ່ມີຊີວິດຢູ່ທັງສິ້ນ ກໍບໍ່ແມ່ນເນື້ອຊະນິດດຽວກັນ ເນື້ອຂອງມະນຸດກໍຢ່າງໜຶ່ງ, ເນື້ອຂອງສັດກໍຢ່າງໜຶ່ງ ເນື້ອຂອງນົກກໍຢ່າງໜຶ່ງ ແລະເນື້ອຂອງປາກໍຢ່າງໜຶ່ງ.
40ຮ່າງກາຍສຳລັບສະຫວັນກໍມີ ແລະຮ່າງກາຍສຳລັບແຜ່ນດິນໂລກກໍມີ, ແຕ່ວ່າສະຫງ່າຣາສີຂອງຮ່າງກາຍສຳລັບສະຫວັນກໍຢ່າງໜຶ່ງ ແລະສະຫງ່າຣາສີຂອງຮ່າງກາຍສຳລັບໂລກກໍຢ່າງໜຶ່ງ. 41ສະຫງ່າຣາສີຂອງດວງອາທິດກໍຢ່າງໜຶ່ງ ສະຫງ່າຣາສີຂອງດວງຈັນກໍຢ່າງໜຶ່ງ ສະຫງ່າຣາສີຂອງດວງດາວກໍຢ່າງໜຶ່ງ ແລະດວງດາວແຕ່ລະດວງກໍຍັງມີສະຫງ່າຣາສີແຕກຕ່າງກັນ. 42ເມື່ອຄົນຕາຍເປັນຄືນມາສູ່ຊີວິດກໍຈະເປັນດັ່ງນັ້ນແຫລະ, ເມື່ອຮ່າງກາຍໄດ້ຖືກຫວ່ານລົງ ກໍເປື່ອຍເນົ່າໄປ ເມື່ອເປັນຄືນມາ ຮ່າງກາຍນັ້ນ ກໍບໍ່ເປື່ອຍເນົ່າອີກ. 43ເມື່ອຫວ່ານລົງນັ້ນບໍ່ມີຍົດ ເມື່ອຄືນຂຶ້ນມາກໍມີສະຫງ່າຣາສີ ເມື່ອຫວ່ານລົງກໍອ່ອນກຳລັງ ເມື່ອຄືນຂຶ້ນມາກໍມີຣິດອຳນາດ. 44ເມື່ອຫວ່ານລົງກໍເປັນກາຍທຳມະດາ ເມື່ອຄືນຂຶ້ນມາກໍເປັນກາຍຝ່າຍວິນຍານ, ຖ້າມີກາຍທຳມະດາ ກໍຄົງມີກາຍຝ່າຍວິນຍານດ້ວຍ. 45ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າໄດ້ສ້າງມະນຸດຜູ້ທຳອິດ ຄືອາດາມໃຫ້ເປັນຜູ້ທີ່ມີຊີວິດ, ແຕ່ອາດາມຄົນສຸດທ້າຍເປັນພຣະວິນຍານ ຜູ້ທີ່ປະທານຊີວິດ.” 46ແຕ່ກາຍທີ່ເກີດມາກ່ອນນັ້ນ ບໍ່ແມ່ນເປັນກາຍຝ່າຍວິນຍານ, ແຕ່ເປັນກາຍທຳມະດາ ແລະຕໍ່ມາຈຶ່ງເກີດມີກາຍຝ່າຍວິນຍານ. 47ມະນຸດຜູ້ທຳອິດເກີດມາຈາກດິນ ຈຶ່ງກາຍເປັນຂີ້ຝຸ່ນດິນ, ມະນຸດຖ້ວນສອງມາຈາກສະຫວັນ. 48ຜູ້ທີ່ເກີດມາຈາກດິນເປັນຢ່າງໃດ ຄົນທັງຫລາຍທີ່ເກີດມາຈາກດິນກໍເປັນຢ່າງນັ້ນ ແລະຜູ້ທີ່ສະເດັດມາຈາກສະຫວັນເປັນຢ່າງໃດ ຄົນທັງຫລາຍທີ່ເປັນຝ່າຍສະຫວັນກໍເປັນຢ່າງນັ້ນ.
49ພວກເຮົາມີລັກສະນະເໝືອນກັບມະນຸດທີ່ຖືກສ້າງມາຈາກດິນສັນໃດ ພວກເຮົາກໍຄົງຈະມີລັກສະນະເໝືອນກັບຜູ້ທີ່ໄດ້ສະເດັດມາຈາກສະຫວັນສັນນັ້ນ.
50ພີ່ນ້ອງທັງຫລາຍເອີຍ ສິ່ງທີ່ເຮົາໄດ້ກ່າວມານັ້ນ ໝາຍຄວາມວ່າສິ່ງທີ່ເປັນເນື້ອໜັງແລະເລືອດ ຈະມີສ່ວນໃນອານາຈັກຂອງພຣະເຈົ້າບໍ່ໄດ້ ແລະກາຍທີ່ເປື່ອຍເນົ່າຈະມີສ່ວນໃນກາຍທີ່ບໍ່ເປື່ອຍເນົ່າກໍບໍ່ໄດ້. 51ນີ້ແຫຼະ ເຮົາມີຂໍ້ລັບເລິກບອກພວກເຈົ້າວ່າ, ເຮົາທັງຫລາຍຈະບໍ່ລ່ວງລັບໄປໝົດທຸກຄົນ, ແຕ່ເຮົາທັງຫລາຍຈະຖືກປ່ຽນແປງໃໝ່ໝົດທຸກຄົນ, 52ໃນຊົ່ວຂະນະດຽວ ໃນຊົ່ວພັບຕາດຽວ ເມື່ອເປົ່າແກຄັ້ງສຸດທ້າຍນັ້ນ. ດ້ວຍວ່າ, ຈະມີສຽງແກ ແລະຄົນທີ່ຕາຍແລ້ວຈະຖືກຊົງບັນດານໃຫ້ເປັນຄືນຂຶ້ນມາໂດຍບໍ່ເປື່ອຍເນົ່າ ແລະຝ່າຍພວກເຮົາກໍຈະຖືກປ່ຽນແປງໃໝ່. 53ດ້ວຍວ່າ, ສະພາບ ຊຶ່ງຕ້ອງເປື່ອຍເນົ່າຂອງພວກເຮົານີ້ ຕ້ອງຖືກປ່ຽນແປງສູ່ສະພາບທີ່ບໍ່ເປື່ອຍເນົ່າຈັກເທື່ອ ສິ່ງທີ່ຕາຍເປັນ ຕ້ອງຖືກປ່ຽນແປງສູ່ສິ່ງທີ່ຕາຍບໍ່ເປັນ. 54ດັ່ງນັ້ນ ເມື່ອໃດສະພາບທີ່ເປື່ອຍເນົ່າໄດ້ສວມສະພາບທີ່ບໍ່ເປື່ອຍເນົ່າ ແລະກາຍທີ່ຕາຍເປັນໄດ້ສວມກາຍທີ່ຕາຍບໍ່ເປັນ ເມື່ອນັ້ນແຫຼະ ຂໍ້ຄວາມທີ່ມີຄຳຂຽນໄວ້ໃນພຣະຄຳພີກໍຈະສຳເລັດ ຄືຄວາມຕາຍໄດ້ຖືກທຳລາຍສາແລ້ວ ແລະຄວາມມີໄຊກໍຄົບຖ້ວນສາແລ້ວ
55 ໂອ ຄວາມຕາຍເອີຍ
ໄຊຊະນະຂອງມຶງຢູ່ໃສ?
ໂອ ຄວາມຕາຍເອີຍ
ໄລພິດຂອງມຶງຢູ່ໃສ?
56ໄລພິດຂອງຄວາມຕາຍຄືຄວາມບາບ ແລະຣິດອຳນາດຂອງຄວາມບາບແມ່ນກົດບັນຍັດ. 57ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງປະທານໄຊຊະນະໃຫ້ແກ່ເຮົາທັງຫລາຍ ໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
58ດັ່ງນີ້ແຫລະ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ເຈົ້າທັງຫລາຍຈົ່ງຕັ້ງໝັ້ນຢູ່ ຢ່າຫວັ່ນໄຫວ ຈົ່ງປະຕິບັດງານຂອງອົງພຣະຜູ້ເປັນເຈົ້າໃຫ້ຄົບບໍຣິບູນທຸກເວລາ ດ້ວຍຮູ້ວ່າ ໃນອົງພຣະຜູ້ເປັນເຈົ້າ ການຂອງພວກເຈົ້ານັ້ນຈະບໍ່ໄຮ້ປະໂຫຍດ.
Currently Selected:
1 ໂກຣິນໂທ 15: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.