YouVersion Logo
Search Icon

1 ໂກຣິນໂທ 1

1
1ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈາກ​ໂຊຊະເຖນ ນ້ອງຊາຍ​ຂອງ​ພວກເຮົາ.
2ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ຢູ່​ເມືອງ​ໂກຣິນໂທ ຜູ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ທຸກຄົນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ດ້ວຍ​ກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ ກັບ​ຄົນ​ທັງຫລາຍ​ໃນ​ທຸກ​ແຫ່ງຫົນ ທີ່​ຮ້ອງ​ອອກ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຄື​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຂົາ ແລະ​ຂອງ​ພວກເຮົາ​ດ້ວຍ.
3ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.
ພຣະພອນ​ທັງຫລາຍ​ທີ່​ມາ​ໂດຍ​ທາງ​ພຣະຄຣິດ
4ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພຣະຄຸນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. 5ດ້ວຍວ່າ, ໃນ​ພຣະອົງ​ນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ຜູ້​ຄົບ​ບໍຣິບູນ​ໃນ​ທຸກສິ່ງ ທັງ​ວາ​ຈາ​ແລະ​ຄວາມ​ຮູ້​ທຸກຢ່າງ. 6ດ້ວຍ​ຄຳ​ພະຍານ​ເລື່ອງ​ພຣະຄຣິດ ໄດ້​ເປັນ​ທີ່​ຍອມ​ຮັບ​ຢ່າງ​ໝັ້ນຄົງ​ໃນ​ທ່າມກາງ​ພວກເຈົ້າ​ແລ້ວ 7ຈົນ​ພວກເຈົ້າ​ບໍ່ໄດ້​ຂາດ​ເຂີນ​ຂອງ​ພຣະຣາຊທານ​ຈັກ​ຢ່າງ ຂະນະທີ່​ພວກເຈົ້າ​ຄອງຄອຍ​ຖ້າ​ດ້ວຍ​ຄວາມຫວັງ ໃນ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ. 8ພຣະອົງ​ຈະ​ໂຜດ​ຊ່ວຍ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖືກ​ຕຳໜິ. 9ພຣະເຈົ້າ​ສັດຊື່ ພຣະອົງ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ສຳພັນ​ສະໜິດ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ.
ການ​ແບ່ງແຍກ​ໃນ​ຄຣິສຕະຈັກ
10ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ສິດ​ອຳນາດ​ຂອງ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ເຮົາ​ຂໍຮ້ອງ​ພວກເຈົ້າ​ທຸກຄົນ ໃຫ້​ພວກເຈົ້າ​ກ່າວ​ຄວາມ​ດຽວ​ກັນ ແລະ​ບໍ່ໃຫ້​ຖືພັກ​ຖືພວກ ແຕ່​ຈົ່ງ​ຮ່ວມ​ເຂົ້າກັນ​ເປັນ​ນໍ້າໜຶ່ງ​ໃຈດຽວ ແລະ​ມີ​ຈຸດປະສົງ​ຢ່າງ​ດຽວກັນ. 11ພີ່ນ້ອງ​ທັງຫລາຍ​ເອີຍ, ເພາະ​ມີ​ບາງຄົນ ຈາກ​ກຸ່ມ​ຂອງ​ນາງ​ຂະໂລເອ ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ, ໄດ້​ເກີດ​ມີ​ການ​ຜິດຂ້ອງ​ຕ້ອງຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ. 12ເຮົາ​ໝາຍຄວາມວ່າ​ຢ່າງ​ນີ້: ແຕ່ລະຄົນ​ໃນ​ພວກເຈົ້າ​ເວົ້າ​ບໍ່​ຖືກຕ້ອງ​ປອງດອງ​ກັນ ຜູ້ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເປໂຕ” ແລະ​ຜູ້​ອື່ນ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດ.” 13ພຣະຄຣິດ​ແບ່ງ​ເປັນ​ຫລາຍ​ອົງ​ແລ້ວ​ບໍ? ໂປໂລ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ເພື່ອ​ພວກເຈົ້າ​ຊັ້ນບໍ? ພວກເຈົ້າ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ໂປໂລ​ຊັ້ນບໍ?
14ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ເຮົາ​ບໍ່ໄດ້​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ຮັບ​ບັບຕິສະມາ ນອກຈາກ​ທ່ານ​ກີສະໂປ ແລະ ທ່ານ​ໄຄໂຢ. 15ດັ່ງນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເວົ້າ​ໄດ້​ວ່າ ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງເຮົາ. ( 16ແມ່ນແທ້ ເຮົາ​ໄດ້​ໃຫ້​ສະເຕຟານາ ແລະ​ຄອບຄົວ​ຂອງ​ລາວ​ຮັບ​ບັບຕິສະມາ​ດ້ວຍ, ແຕ່​ນອກຈາກ​ຄົນ​ເຫຼົ່ານັ້ນ​ແລ້ວ ເຮົາ​ກໍ​ບໍ່​ຮູ້​ວ່າ ເຮົາ​ໄດ້​ໃຫ້​ຜູ້ໃດ​ອີກ​ແດ່​ຮັບ​ບັບຕິສະມາ). 17ພຣະຄຣິດ​ບໍ່ໄດ້​ໃຊ້​ເຮົາ​ໄປ ເພື່ອ​ໃຫ້​ເຮັດ​ພິທີ​ຮັບ​ບັບຕິສະມາ, ແຕ່​ພຣະອົງ​ໃຊ້​ເຮົາ​ໄປ​ເພື່ອ​ໃຫ້​ປະກາດ​ຂ່າວປະເສີດ ແລະ​ບໍ່ແມ່ນ​ໃຊ້​ຄຳເວົ້າ​ແຫ່ງ​ສະຕິປັນຍາ​ມະນຸດ ເພື່ອ​ວ່າ​ໄມ້ກາງແຂນ​ພຣະຄຣິດ​ນັ້ນ​ຈະ​ບໍ່​ເສຍ​ປະໂຫຍດ.
ພຣະຄຣິດ​ຄື​ຣິດອຳນາດ ແລະ​ພຣະ​ປັນຍາ​ຂອງ​ພຣະເຈົ້າ
18ເລື່ອງ​ຄວາມ​ຕາຍ​ຂອງ​ພຣະຄຣິດ​ທີ່​ໄມ້ກາງແຂນ​ນັ້ນ ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ. 19ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ,
“ເຮົາ​ຈະ​ທຳລາຍ​ປັນຍາ
ຂອງ​ຄົນມີ​ປັນຍາ
ເຮົາ​ຈະ​ໃຫ້​ຄວາມ​ສະຫລາດ
ຂອງ​ຄົນ​ສະຫລາດ​ສູນເສຍ​ໄປ.”
20ຄົນມີ​ປັນຍາ​ຢູ່​ໃສ? ຫລື​ຄົນ​ສະຫລາດ​ຢູ່​ໃສ? ຫລື​ນັກ​ໂຕ້ຕອບ​ບັນຫາ​ຂອງ​ໂລກນີ້​ຢູ່​ໃສ? ພຣະເຈົ້າ​ກະທຳ​ໃຫ້​ເຫັນ​ວ່າ ປັນຍາ​ຂອງ​ຝ່າຍ​ໂລກນີ້​ເປັນ​ຄວາມ​ໂງ່​
21ເພາະ​ຕາມ​ພຣະ​ສະຕິປັນຍາ​ຂອງ​ພຣະເຈົ້າ ເຫັນ​ວ່າ ມະນຸດ​ບໍ່​ສາມາດ​ຮູ້ຈັກ​ພຣະອົງ​ໄດ້​ດ້ວຍ​ປັນຍາ​ຂອງ​ເຂົາ​ເອງ ແຕ່​ພຣະອົງ​ພໍໃຈ​ໃຊ້​ຂ່າວ​ເລື່ອງ​ທີ່​ເຂົາ​ຖື​ວ່າ​ໂງ່ ຊຶ່ງ​ພວກເຮົາ​ປະກາດ​ຢູ່​ນັ້ນ ເພື່ອ​ຊ່ວຍ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ. 22ຝ່າຍ​ພວກ​ຢິວ​ກໍ​ຕ້ອງການ​ເຫັນ​ໝາຍສຳຄັນ ແລະ​ພວກ​ຕ່າງຊາດ​ກໍ​ຊອກ​ສະແຫວງ​ຫາ​ປັນຍາ. 23ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່, 24ແຕ່​ສຳລັບ​ພວກ​ທີ່​ພຣະເຈົ້າ​ເອີ້ນ​ໄວ້​ແລ້ວ​ນັ້ນ ບໍ່​ວ່າ​ຄົນ​ຢິວ ຫລື​ຄົນຕ່າງຊາດ​ກໍຕາມ ເຂົາ​ຖື​ວ່າ​ພຣະຄຣິດ​ເປັນ​ຣິດອຳນາດ ແລະ​ເປັນ​ສະຕິປັນຍາ​ຂອງ​ພຣະເຈົ້າ. 25ເພາະ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ເປັນ​ຄວາມ​ໂງ່​ຂອງ​ພຣະເຈົ້າ ກໍ​ຍັງ​ສະຫລາດ​ກວ່າ​ປັນຍາ​ຂອງ​ມະນຸດ ແລະ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ເປັນ​ຄວາມ​ອ່ອນແຮງ​ຂອງ​ພຣະເຈົ້າ ກໍ​ຍັງ​ແຂງແຮງ​ກວ່າ​ກຳລັງ​ຂອງ​ມະນຸດ.
26ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ພວກເຈົ້າ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເອີ້ນ​ມາ​ນັ້ນ ເປັນ​ຄົນ​ຢ່າງ​ໃດ? ຄື​ຄົນ​ທີ່​ມະນຸດ​ຖື​ວ່າ​ສະຫລາດ​ກໍ​ມີ​ໜ້ອຍ​ຄົນ, ຄົນ​ທີ່​ມີ​ອຳນາດ​ກໍ​ມີ​ໜ້ອຍ​ຄົນ ຄົນ​ທີ່​ມີ​ຖານະ​ສູງ​ກໍ​ມີ​ໜ້ອຍ​ຄົນ. 27ແຕ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ໂງ່ ເພື່ອ​ໃຫ້​ຄົນ​ສະຫລາດ​ຖືກ​ອັບອາຍ ແລະ​ພຣະອົງ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ອ່ອນ​ກຳລັງ ເພື່ອ​ໃຫ້​ຄົນ​ທີ່​ມີ​ກຳລັງ​ຖືກ​ອັບອາຍ. 28ພຣະອົງ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ຕໍ່າຕ້ອຍ ແລະ​ໜ້າກຽດຊັງ ແລະ​ບໍ່​ສຳຄັນ​ຫຍັງ ເພື່ອ​ທຳລາຍ​ສິ່ງ​ທີ່​ໂລກ​ເຫັນ​ວ່າ​ສຳຄັນ. 29ເພື່ອ​ວ່າ ບໍ່​ໃຫ້​ມະນຸດ​ຄົນ​ໃດ​ອວດຕົວ​ໄດ້​ຊ້ອງໜ້າ​ພຣະເຈົ້າ. 30ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ. 31ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້​ຢາກ​ອວດອ້າງ​ນັ້ນ ຈົ່ງ​ເອົາ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ອວດອ້າງ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in