ປະຊາຊາດທັງຫລາຍຈະມາ ແລະ ກ່າວວ່າ,
“ຈົ່ງມາ, ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ,
ໄປທີ່ວິຫານຂອງພຣະເຈົ້າຂອງຢາໂຄບ.
ພຣະອົງຈະສອນວິຖີທາງຂອງພຣະອົງໃຫ້ພວກເຮົາ,
ເພື່ອພວກເຮົາຈະເດີນໃນວິຖີທາງຂອງພຣະອົງ”.
ກົດບັນຍັດຈະອອກມາຈາກຊີໂອນ,
ຖ້ອຍຄຳຂອງພຣະເຈົ້າຢາເວຈະອອກມາຈາກເຢຣູຊາເລັມ.