ບັນດາຜູ້ນຳຂອງດິນແດນນີ້ຕັດສິນຄວາມໂດຍເຫັນແກ່ສິນບົນ,
ບັນດາປະໂລຫິດຂອງດິນແດນນີ້ສັ່ງສອນໂດຍເຫັນແກ່ລາງວັນ,
ແລະ ບັນດາຜູ້ທຳນວາຍຂອງດິນແດນນີ້ທຳນວາຍເພື່ອເງິນ.
ເຖິງປານນັ້ນພວກເຂົາກໍຍັງເພິ່ງພາພຣະເຈົ້າຢາເວ ແລະ ກ່າວວ່າ,
“ພຣະເຈົ້າຢາເວຢູ່ທ່າມກາງພວກເຮົາບໍ່ແມ່ນບໍ?
ຈະບໍ່ມີໄພພິບັດໃດມາເຖິງພວກເຮົາເລີຍ”.