1
ປະຖົມມະການ 35:11-12
ພຣະຄຳພີລາວສະບັບສະໄໝໃໝ່
LCV
ແລະ ພຣະເຈົ້າກໍໄດ້ກ່າວແກ່ລາວວ່າ, “ເຮົາເປັນພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່; ຈົ່ງມີລູກຫລານຈຳນວນຫລວງຫລາຍ ແລະ ເພີ່ມທະວີຈຳນວນຂຶ້ນ. ຊົນຊາດ ແລະ ຊຸມຊົນຂອງຫລາຍຊົນຊາດຈະເກີດມາຈາກເຈົ້າ ແລະ ກະສັດທັງຫລາຍຈະມາຈາກເຊື້ອສາຍຂອງເຈົ້າ. ດິນແດນທີ່ເຮົາໄດ້ມອບໃຫ້ແກ່ອັບຣາຮາມ ແລະ ອີຊາກນັ້ນ ເຮົາກໍມອບໃຫ້ແກ່ເຈົ້າເໝືອນກັນ ແລະ ເຮົາກໍຈະມອບດິນແດນນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າທີ່ຈະມາພາຍຫລັງດ້ວຍ”.
Compare
Explore ປະຖົມມະການ 35:11-12
2
ປະຖົມມະການ 35:3
ແລ້ວຈົ່ງມາ ໃຫ້ພວກເຮົາຂຶ້ນໄປທີ່ເບັດເອນ, ບ່ອນທີ່ເຮົາຈະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າ ຜູ້ໄດ້ຕອບຄຳອະທິຖານຂອງເຮົາໃນວັນທີ່ເຮົາມີຄວາມໂສກເສົ້າ ແລະ ຜູ້ໄດ້ຢູ່ກັບເຮົາໃນທຸກບ່ອນທີ່ເຮົາໄປ”.
Explore ປະຖົມມະການ 35:3
3
ປະຖົມມະການ 35:10
ພຣະເຈົ້າໄດ້ກ່າວແກ່ລາວວ່າ, “ຊື່ຂອງເຈົ້າແມ່ນຢາໂຄບ, ແຕ່ເຈົ້າຈະບໍ່ຖືກເອີ້ນວ່າຢາໂຄບອີກຕໍ່ໄປ; ຊື່ຂອງເຈົ້າຈະຖືກເອີ້ນວ່າອິດສະຣາເອນ,” ດັ່ງນັ້ນ ພຣະອົງຈຶ່ງໄດ້ຕັ້ງຊື່ໃຫ້ລາວວ່າອິດສະຣາເອນ.
Explore ປະຖົມມະການ 35:10
4
ປະຖົມມະການ 35:2
ດັ່ງນັ້ນ ຢາໂຄບຈຶ່ງໄດ້ເວົ້າກັບຄອບຄົວຂອງລາວ ແລະ ທຸກຄົນທີ່ຢູ່ກັບລາວວ່າ, “ຈົ່ງກຳຈັດບັນດາພະຂອງຊາວຕ່າງດ້າວທີ່ພວກເຈົ້າມີຢູ່ກັບພວກເຈົ້າ ແລະ ຊຳລະພວກເຈົ້າເອງໃຫ້ບໍລິສຸດ ແລະ ປ່ຽນເຄື່ອງນຸ່ງຂອງພວກເຈົ້າ.
Explore ປະຖົມມະການ 35:2
5
ປະຖົມມະການ 35:1
ຫລັງຈາກນັ້ນ ພຣະເຈົ້າໄດ້ກ່າວແກ່ຢາໂຄບວ່າ, “ຈົ່ງຂຶ້ນໄປຍັງເບັດເອນ ແລ້ວຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະ ຈົ່ງສ້າງແທ່ນບູຊາຂຶ້ນທີ່ນັ້ນຖວາຍແກ່ພຣະເຈົ້າ ຜູ້ໄດ້ປາກົດແກ່ເຈົ້າເມື່ອເຈົ້າປົບໜີຈາກເອຊາວອ້າຍຂອງເຈົ້າ”.
Explore ປະຖົມມະການ 35:1
6
ປະຖົມມະການ 35:18
ໃນຂະນະທີ່ນາງໃກ້ຈະໝົດລົມຫາຍໃຈ ຄືນາງກຳລັງຈະຕາຍນັ້ນ ນາງກໍໄດ້ຕັ້ງຊື່ໃຫ້ລູກຊາຍຂອງນາງວ່າເບັນໂອນີ. ແຕ່ພໍ່ຂອງລາວໄດ້ຕັ້ງຊື່ໃຫ້ລາວວ່າເບັນຢາມິນ.
Explore ປະຖົມມະການ 35:18
Home
Bible
Plans
Videos