ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງລົງໄປ, ເພາະປະຊາຊົນຂອງເຈົ້າ ຜູ້ທີ່ເຈົ້າໄດ້ພາອອກມາຈາກເອຢິບໄດ້ກາຍເປັນຄົນເສື່ອມຊາມແລ້ວ. ພວກເຂົາໄດ້ຫັນໜີຈາກສິ່ງທີ່ເຮົາໄດ້ສັ່ງພວກເຂົາໄວ້ຢ່າງໄວວາ ແລະ ໄດ້ເຮັດຮູບເຄົາລົບງົວໂຕໜຶ່ງຂຶ້ນມາໃຫ້ຕົນເອງ. ພວກເຂົາໄດ້ກົ້ມຂາບຮູບເຄົາລົບ ແລະ ບູຊາຮູບນັ້ນແລ້ວເວົ້າວ່າ, ‘ຊາວອິດສະຣາເອນ, ນີ້ແມ່ນພະຂອງພວກເຈົ້າ, ຜູ້ທີ່ໄດ້ນຳເອົາພວກເຈົ້າອອກມາຈາກເອຢິບ’ ”.