ອົບພະຍົບ 32:5-6
ອົບພະຍົບ 32:5-6 LCV
ເມື່ອອາໂຣນໄດ້ເຫັນເຊັ່ນນີ້, ເພິ່ນຈຶ່ງໄດ້ສ້າງແທ່ນບູຊາຂຶ້ນຕໍ່ໜ້າຮູບງົວຄຳ ແລະ ໄດ້ປະກາດວ່າ, “ມື້ອື່ນຈະມີງານສະຫລອງໃຫ້ແກ່ພຣະເຈົ້າຢາເວ”. ດັ່ງນັ້ນ ໃນມື້ຕໍ່ມາ ປະຊາຊົນຈຶ່ງຕື່ນຕັ້ງແຕ່ເຊົ້າ ແລະ ຖວາຍເຄື່ອງເຜົາບູຊາກັບຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳ. ຫລັງຈາກນັ້ນ ພວກເຂົາຈຶ່ງໄດ້ນັ່ງລົງກິນ ແລະ ດື່ມ ແລ້ວລຸກຂຶ້ນມ່ວນຊື່ນໃນງານລ້ຽງ.





