ບັດນີ້ ຖ້າພວກເຈົ້າເຊື່ອຟັງເຮົາຢ່າງຄົບຖ້ວນ ແລະ ຮັກສາພັນທະສັນຍາຂອງເຮົາ, ແລ້ວພວກເຈົ້າກໍຈະເປັນສົມບັດອັນລ້ຳຄ່າຂອງເຮົາຈາກຊົນຊາດທັງໝົດ. ເຖິງແມ່ນວ່າທົ່ວທັງໂລກເປັນຂອງເຮົາກໍຕາມ. ແຕ່ພວກເຈົ້າຈະເປັນອານາຈັກແຫ່ງບັນດາປະໂລຫິດ ແລະ ເປັນຊົນຊາດບໍລິສຸດສຳລັບເຮົາ’. ພວກເຈົ້າຈະຕ້ອງກ່າວຖ້ອຍຄຳເຫລົ່ານີ້ແກ່ຊາວອິດສະຣາເອນ”.