ຈົ່ງສັ່ງສອນບັນດາຂໍ້ຄໍາສັ່ງ ແລະ ຄຳແນະນຳຕ່າງໆຂອງພຣະອົງໃຫ້ແກ່ພວກເຂົາ ສະແດງວິທີທາງທີ່ພວກເຂົາຄວນດຳເນີນຊີວິດ ແລະ ວິທີທີ່ພວກເຂົາຄວນປະຕິບັດ. ແຕ່ຈົ່ງເລືອກເອົາຄົນທີ່ມີຄວາມສາມາດຈາກປະຊາຊົນທັງໝົດ ເຊິ່ງເປັນຄົນທີ່ຢໍາເກງພຣະເຈົ້າ, ເປັນຄົນທີ່ໄວ້ວາງໃຈໄດ້ ຄືຄົນທີ່ກຽດຊັງສິ່ງທີ່ໄດ້ມາໂດຍຄວາມບໍ່ສັດຊື່ ແລະ ແຕ່ງຕັ້ງພວກເຂົາເປັນເຈົ້າໜ້າທີ່ເບິ່ງແຍງໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະ ສິບຄົນ.