ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງກັບໄປພົບຟາໂຣ, ເພາະເຮົາເຮັດໃຫ້ໃຈຂອງລາວແຂງກະດ້າງ ແລະ ໃຈຂອງຂ້າລາຊະການຂອງລາວແຂງກະດ້າງເໝືອນກັນ ເພື່ອເຮົາຈະສະແດງໝາຍສຳຄັນຂອງເຮົາເຫລົ່ານີ້ທ່າມກາງພວກເຂົາ ເພື່ອເຈົ້າຈະໄດ້ເລົ່າໃຫ້ລູກຫລານຂອງພວກເຈົ້າຟັງເຖິງການທີ່ເຮົາຈັດການກັບຊາວເອຢິບຢ່າງໜັກໜ່ວງ ແລະ ເຮົາໄດ້ສະແດງໝາຍສຳຄັນຂອງເຮົາທ່າມກາງພວກເຂົາແລ້ວ ພວກເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ”.