ອົບພະຍົບ 10:13-14
ອົບພະຍົບ 10:13-14 LCV
ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນເໜືອປະເທດເອຢິບ ແລະ ພຣະເຈົ້າຢາເວໄດ້ເຮັດໃຫ້ລົມຕາເວັນອອກພັດມາທົ່ວແຜ່ນດິນຕະຫລອດເວັນ ແລະ ຕະຫລອດຄືນ. ໃນຕອນເຊົ້າລົມກໍໄດ້ນຳເອົາຝູງຕັກແຕນມາ; ຝູງຕັກແຕນຈໍານວນຫລວງຫລາຍໄດ້ບຸກລຸກເອຢິບທັງໝົດ ແລະ ຕັ້ງຖິ່ນຖານຢູ່ໃນທຸກພື້ນທີ່ຂອງປະເທດ. ໄພວິບັດຈາກຕັກແຕນຢ່າງນີ້ບໍ່ເຄີຍມີມາກ່ອນ ແລະ ຈະບໍ່ມີອີກຕໍ່ໄປ.





