1
ກິດຈະການ 16:31
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພວກເພິ່ນຕອບວ່າ, “ຈົ່ງເຊື່ອໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ແລ້ວເຈົ້າກັບຄົວເຮືອນຂອງເຈົ້າຈະໄດ້ຮັບຄວາມພົ້ນ”.
Compare
Explore ກິດຈະການ 16:31
2
ກິດຈະການ 16:25-26
ປະມານທ່ຽງຄືນ ໂປໂລກັບຊີລາ ກຳລັງພາກັນອະທິຖານ ແລະ ຮ້ອງເພງສັນລະເສີນພຣະເຈົ້າ ແລະ ພວກນັກໂທດຄົນອື່ນໆກໍຟັງຢູ່. ທັນໃດນັ້ນ ກໍເກີດແຜ່ນດິນໄຫວຮຸນແຮງຈົນຮາກຖານຂອງຄຸກສັ່ນສະເທືອນ. ໃນທັນໃດນັ້ນ ປະຕູຄຸກທຸກບານກໍໄຂອອກທັນທີ ແລະ ໂສ້ທີ່ມັດນັກໂທດທຸກຄົນກໍຫລຸດອອກ.
Explore ກິດຈະການ 16:25-26
3
ກິດຈະການ 16:30
ແລ້ວລາວກໍໄດ້ພາພວກເພິ່ນອອກມາແລ້ວຖາມວ່າ, “ທ່ານເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຮັບຄວາມພົ້ນ?”
Explore ກິດຈະການ 16:30
4
ກິດຈະການ 16:27-28
ເມື່ອເຈົ້າໜ້າທີ່ຕື່ນຂຶ້ນ ແລະ ເຫັນວ່າປະຕູຄຸກໄຂຢູ່ ຈຶ່ງຖອດດາບອອກມາກຳລັງຈະຂ້າຕົນເອງເພາະຄິດວ່ານັກໂທດໜີໄປແລ້ວ. ແຕ່ໂປໂລຮ້ອງຂຶ້ນວ່າ, “ຢ່າເຮັດຮ້າຍໃຫ້ຕົນເອງ! ພວກເຮົາຍັງຢູ່ທີ່ນີ້ທຸກຄົນ!”
Explore ກິດຈະການ 16:27-28