ພຣະເຈົ້າຜູ້ຮູ້ຈິດໃຈມະນຸດ ໄດ້ສະແດງວ່າພຣະອົງຍອມຮັບພວກເຂົາໂດຍໃຫ້ພຣະວິນຍານບໍລິສຸດເຈົ້າແກ່ພວກເຂົາ, ເໝືອນທີ່ພຣະອົງໄດ້ໃຫ້ແກ່ພວກເຮົາ. ພຣະອົງບໍ່ໄດ້ຈຳແນກລະຫວ່າງພວກເຮົາກັບພວກເຂົາ, ເພາະພຣະອົງໄດ້ຊຳລະຈິດໃຈຂອງພວກເຂົາໃຫ້ບໍລິສຸດດ້ວຍຄວາມເຊື່ອ.