YouVersion Logo
Search Icon

Popular Bible Verses from ຕີໂຕ 3

ແຕ່​ເມື່ອ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຄວາມຮັກ​ຂອງ​ພຣະອົງ​ເພື່ອ​ມະນຸດ​ທັງຫລາຍ ໄດ້​ສ່ອງ​ມາ​ປາກົດ​ແລ້ວ, ພຣະອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ບໍ່ແມ່ນ​ຍ້ອນ​ກິດຈະການ​ອັນ​ຊອບທຳ​ທີ່​ພວກເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະອົງ​ໄດ້​ຊົງ​ພຣະ​ກະລຸນາ​ຊຳລະ​ໃຫ້​ພວກເຮົາ​ມີ​ໃຈ​ບັງເກີດ​ໃໝ່ ແລະ​ຊົງ​ສ້າງ​ພວກເຮົາ​ຂຶ້ນ​ໃໝ່ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ. ພຣະເຈົ້າ​ໄດ້​ຖອກ​ເທ​ພຣະວິນຍານ​ບໍຣິສຸດເຈົ້າ​ໃສ່​ພວກເຮົາ​ຢ່າງ​ລົ້ນເຫລືອ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ເປັນ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ, ເພື່ອ​ວ່າ ເມື່ອ​ຊົງ​ປະກາດ​ໄວ້​ວ່າ ພວກເຮົາ​ເປັນ​ຄົນ​ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ​ຕາມ​ຄວາມຫວັງ.

Free Reading Plans and Devotionals related to ຕີໂຕ 3