ໃນຂະນະທີ່ພວກເຮົາກຳລັງລໍຖ້າຄວາມຫວັງອັນໜ້າຍິນດີ ແລະການມາປາກົດຂອງສະຫງ່າຣາສີຂອງພຣະເຈົ້າອົງຍິ່ງໃຫຍ່ ຄືພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາ ຈະມາປາກົດ. ພຣະອົງໄດ້ສະຫລະພຣະອົງເອງ ແທນພວກເຮົາທັງຫລາຍ ເພື່ອໄຖ່ເອົາພວກເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທັງໝົດ ແລະເພື່ອຊຳລະພວກເຮົາໃຫ້ເປັນຜູ້ບໍຣິສຸດ ເພື່ອເປັນໄພ່ພົນຂອງພຣະອົງໂດຍສະເພາະ ແລະມີໃຈຮ້ອນຮົນສຳລັບເຮັດຄວາມດີ.