ດ້ວຍວ່າ, ອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງການກິນແລະການດື່ມ, ແຕ່ແມ່ນເລື່ອງຄວາມຊອບທຳ, ສັນຕິສຸກ ແລະຄວາມຊົມຊື່ນຍິນດີ ທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ. ເມື່ອຜູ້ໃດບົວລະບັດຮັບໃຊ້ພຣະຄຣິດໃນທຳນອງນີ້ ກໍເຮັດໃຫ້ພຣະເຈົ້າຊົງພໍພຣະໄທ ແລະເຮັດໃຫ້ມະນຸດເຫັນດີດ້ວຍ.