1
ໂຣມ 13:14
ພຣະຄຳພີສັກສິ
ພຄພ
ແຕ່ຈົ່ງປະດັບຕົວດ້ວຍອົງພຣະເຢຊູຄຣິດເຈົ້າ ແລະຢ່າຈັດຫາອັນໃດເພື່ອສະໜອງຕັນຫາຂອງເນື້ອກາຍ.
Compare
Explore ໂຣມ 13:14
2
ໂຣມ 13:8
ຢ່າເປັນໜີ້ຜູ້ໃດ ເວັ້ນໄວ້ແຕ່ຄວາມຮັກທີ່ມີຕໍ່ກັນແລະກັນ, ເພາະຜູ້ທີ່ຮັກຄົນອື່ນ ກໍປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
Explore ໂຣມ 13:8
3
ໂຣມ 13:1
ທຸກຄົນຕ້ອງຍອມຢູ່ໃຕ້ອຳນາດການປົກຄອງ ເພາະວ່າບໍ່ມີອຳນາດໃດ ທີ່ບໍ່ໄດ້ມາຈາກພຣະເຈົ້າ ແລະຜູ້ທີ່ມີອຳນາດນັ້ນ ກໍແມ່ນພຣະເຈົ້າເທົ່ານັ້ນທີ່ຊົງແຕ່ງຕັ້ງຂຶ້ນ.
Explore ໂຣມ 13:1
4
ໂຣມ 13:12
ກາງຄືນກໍລ່ວງໄປຫລາຍແລ້ວ ແລະກາງເວັນກໍໃກ້ເຂົ້າມາແລ້ວ, ໃຫ້ພວກເຮົາເລີກເຮັດການຝ່າຍຄວາມມືດ ແລະຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສະຫວ່າງ.
Explore ໂຣມ 13:12
5
ໂຣມ 13:10
ຄວາມຮັກບໍ່ເຮັດອັນຕະລາຍຕໍ່ເພື່ອນບ້ານ. ສະນັ້ນ ຄວາມຮັກຈຶ່ງເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນ.
Explore ໂຣມ 13:10
6
ໂຣມ 13:7
ຈົ່ງໃຫ້ແກ່ທຸກຄົນ ຕາມທີ່ພວກເຂົາຄວນໄດ້ຮັບ ສ່ວຍສາອາກອນຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ພາສີຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ຄວາມຢຳເກງຄວນມີແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ກຽດຕິຍົດຄວນໃຫ້ແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ.
Explore ໂຣມ 13:7
Home
Bible
Plans
Videos