1
ໂຣມ 12:2
ພຣະຄຳພີສັກສິ
ພຄພ
ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວອຸປະນິໄສຂອງພວກເຈົ້າຈຶ່ງຈະປ່ຽນໃໝ່ ເພື່ອພວກເຈົ້າຈະໄດ້ຮູ້ນໍ້າພຣະໄທຂອງພຣະເຈົ້າ ຄືຈະຮູ້ວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີທີ່ສຸດ.
Compare
Explore ໂຣມ 12:2
2
ໂຣມ 12:1
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ.
Explore ໂຣມ 12:1
3
ໂຣມ 12:12
ຈົ່ງຊົມຊື່ນຍິນດີໃນຄວາມຫວັງ ຈົ່ງອົດທົນໃນຄວາມຍາກລຳບາກ ຈົ່ງພາວັນນາອະທິຖານຢູ່ບໍ່ຂາດ.
Explore ໂຣມ 12:12
4
ໂຣມ 12:21
ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.
Explore ໂຣມ 12:21
5
ໂຣມ 12:10
ຈົ່ງຮັກຊຶ່ງກັນແລະກັນເໝືອນສັນພີ່ນ້ອງ ສ່ວນການໃຫ້ກຽດຊຶ່ງກັນແລະກັນນັ້ນ ຈົ່ງຖືວ່າຜູ້ອື່ນດີກວ່າຕົນ.
Explore ໂຣມ 12:10
6
ໂຣມ 12:9
ຈົ່ງຮັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງທີ່ຊົ່ວຮ້າຍ ຈົ່ງຍຶດໝັ້ນໃນສິ່ງທີ່ດີ
Explore ໂຣມ 12:9
7
ໂຣມ 12:18
ຖ້າເປັນໄປໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ຢ່າງສະຫງົບສຸກກັບທຸກໆຄົນ.
Explore ໂຣມ 12:18
8
ໂຣມ 12:19
ພວກທີ່ຮັກຂອງເຮົາເອີຍ ຢ່າແກ້ແຄ້ນເລີຍ, ແຕ່ຈົ່ງມອບການນັ້ນໃຫ້ພຣະເຈົ້າ ເປັນຜູ້ພິພາກສາລົງໂທດແທນ, ເພາະມີຄຳຂຽນໄວ້ໃນພຣະຄຳພີຂອງອົງພຣະຜູ້ເປັນເຈົ້າວ່າ, “ການແກ້ແຄ້ນເປັນທຸລະຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ”
Explore ໂຣມ 12:19
9
ໂຣມ 12:11
ຈົ່ງເຮັດວຽກຢ່າງເຕັມກຳລັງ ແລະຢ່າກຽດຄ້ານ ຈົ່ງຮັບໃຊ້ອົງພຣະຜູ້ເປັນເຈົ້າ ຈົ່ງມີຈິດໃຈຮ້ອນຮົນດ້ວຍພຣະວິນຍານ.
Explore ໂຣມ 12:11
10
ໂຣມ 12:3
ເນື່ອງຈາກວ່າ ພຣະເຈົ້າໄດ້ໂຜດໃຫ້ພຣະຄຸນແກ່ເຮົາ, ເຮົາຈຶ່ງຂໍບອກພວກເຈົ້າທຸກຄົນວ່າ ຢ່າຄິດຖືຕົວເກີນທີ່ຕົນເປັນຢູ່ ແຕ່ໃຫ້ຄິດສົມເຫດສົມຜົນ ໃຫ້ຄິດສົມກັບຂະໜາດແຫ່ງຄວາມເຊື່ອ ທີ່ພຣະເຈົ້າໄດ້ໂຜດໃຫ້ແຕ່ລະຄົນນັ້ນ.
Explore ໂຣມ 12:3
11
ໂຣມ 12:17
ຢ່າເຮັດຊົ່ວຕອບແທນການຊົ່ວແກ່ຜູ້ໃດຜູ້ໜຶ່ງ ຈົ່ງພະຍາຍາມເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າດີ.
Explore ໂຣມ 12:17
12
ໂຣມ 12:16
ຈົ່ງເປັນນໍ້າໜຶ່ງໃຈດຽວກັນ ຢ່າຄິດອວດໃຫຍ່ໃຝ່ສູງ ຈົ່ງຮັບຮູ້ຄົນສາມັນຕໍ່າຕ້ອຍ. ແລະຢ່າຖືວ່າຕົນເປັນຄົນສະຫລາດ.
Explore ໂຣມ 12:16
13
ໂຣມ 12:20
ແຕ່ “ຖ້າສັດຕູຂອງເຈົ້າຢາກເຂົ້າ ຈົ່ງເອົາໃຫ້ເຂົາກິນ ຖ້າເຂົາຫິວນໍ້າ ຈົ່ງເອົາໃຫ້ເຂົາດື່ມ ເພາະການທີ່ເຈົ້າເຮັດຢ່າງນັ້ນ ເປັນການກອງຖ່ານໄຟແດງໃສ່ໄວ້ເທິງຫົວຂອງເຂົາ.”
Explore ໂຣມ 12:20
14
ໂຣມ 12:14-15
ຈົ່ງອວຍພອນແກ່ຄົນທີ່ຂົ່ມເຫັງເຈົ້າ ຈົ່ງອວຍພອນຢ່າປ້ອຍດ່າ. ຈົ່ງຊົມຊື່ນຍິນດີ ກັບຜູ້ທີ່ຊົມຊື່ນຍິນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້.
Explore ໂຣມ 12:14-15
15
ໂຣມ 12:13
ຈົ່ງຊ່ວຍເຫລືອໄພ່ພົນຂອງພຣະເຈົ້າ ເມື່ອພວກເຂົາຂັດສົນ ຈົ່ງຍິນດີຕ້ອນຮັບແຂກດ້ວຍໃຈເຫຼື້ອມໃສ.
Explore ໂຣມ 12:13
16
ໂຣມ 12:4-5
ເພາະວ່າພວກເຮົາມີອະໄວຍະວະຫລາຍຢ່າງຢູ່ໃນຮ່າງກາຍອັນດຽວ ແລະແຕ່ລະອະໄວຍະວະກໍມີໜ້າທີ່ແຕກຕ່າງກັນສັນໃດ, ພວກເຮົາທີ່ມີຫລາຍຄົນກໍຮ່ວມເຂົ້າເປັນຮ່າງກາຍດຽວກັນໃນພຣະຄຣິດ ແລະພວກເຮົາກໍເປັນອະໄວຍະວະແກ່ກັນແລະກັນສັນນັ້ນ.
Explore ໂຣມ 12:4-5
Home
Bible
Plans
Videos