ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, “ບຸກຄົນໃດທີ່ວາງໃຈເຊື່ອໃນພຣະອົງ ຈະບໍ່ໄດ້ຮັບຄວາມອັບອາຍ.” ເພາະພຣະເຈົ້າບໍ່ໄດ້ຖືວ່າແຕກຕ່າງກັນ ລະຫວ່າງຄົນຢິວແລະຄົນຕ່າງຊາດ, ອົງພຣະຜູ້ເປັນເຈົ້າຊົງເປັນອົງພຣະຜູ້ເປັນເຈົ້າອົງດຽວຂອງຄົນທັງໝົດ ແລະອວຍພອນຢ່າງບໍຣິບູນແກ່ທຸກຄົນທີ່ຮ້ອງຫາພຣະອົງ. ເພາະວ່າ, “ທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຈະໄດ້ພົ້ນ.”