ຈົ່ງເຮັດທຸກສິ່ງໂດຍບໍ່ມີການຈົ່ມແລະການຖົກຖຽງກັນ, ເພື່ອວ່າພວກເຈົ້າຈະບໍ່ຖືກຕິຕຽນ ແລະບໍ່ມີຄວາມຜິດ ເປັນລູກຂອງພຣະເຈົ້າຜູ້ປາສະຈາກຄວາມຜິດ ໃນການດຳເນີນຊີວິດຢູ່ໃນໂລກ ທີ່ເຕັມໄປດ້ວຍການສໍ້ໂກງແລະຊົ່ວຊ້າ. ພວກເຈົ້າຕ້ອງສ່ອງແຈ້ງຢູ່ໃນທ່າມກາງພວກເຂົາ ດັ່ງດວງດາວທີ່ສ່ອງແສງຢູ່ໃນທ້ອງຟ້າ