1
ຟີລິບປອຍ 3:13-14
ພຣະຄຳພີສັກສິ
ພຄພ
ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຖືວ່າເຮົາໄດ້ຮັບແລ້ວ ແຕ່ເຮົາເຮັດຢ່າງໜຶ່ງ ຄືລືມສິ່ງເຫຼົ່ານັ້ນທີ່ຜ່ານພົ້ນໄປແລ້ວເສຍ ແລະໂນ້ມຕົວອອກໄປຫາສິ່ງທັງຫລາຍທີ່ຢູ່ເບື້ອງໜ້າ. ເຮົາກຳລັງບາກບັ່ນມຸ່ງໜ້າໄປສູ່ຫລັກໄຊ ເພື່ອຈະໄດ້ຮັບລາງວັນຄືຊີວິດ ຊຶ່ງພຣະເຈົ້າໄດ້ຊົງເອີ້ນເອົາໃນພຣະຄຣິດເຈົ້າເຢຊູ ໃຫ້ໄປຮັບຢູ່ເບື້ອງເທິງ.
Compare
Explore ຟີລິບປອຍ 3:13-14
2
ຟີລິບປອຍ 3:10-11
ເຮົາຕ້ອງການຈະໄດ້ຮູ້ຈັກພຣະອົງ ແລະຮູ້ຈັກຣິດອຳນາດອັນປາກົດ ໃນການທີ່ພຣະອົງຊົງຄືນພຣະຊົນ ແລະຮ່ວມທຸກກັບພຣະອົງ ຄືຍອມຮັບຄວາມຕາຍເໝືອນຢ່າງພຣະອົງ, ເພື່ອຖ້າເປັນໄປໄດ້ ເຮົາກໍຈະໄດ້ເປັນຄືນມາຈາກຕາຍດ້ວຍ.
Explore ຟີລິບປອຍ 3:10-11
3
ຟີລິບປອຍ 3:8
ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ
Explore ຟີລິບປອຍ 3:8
4
ຟີລິບປອຍ 3:7
ແຕ່ວ່າສິ່ງໃດທີ່ເປັນຄຸນປະໂຫຍດແກ່ເຮົາ ເຮົາຖືສິ່ງນັ້ນວ່າເປັນອັນໄຮ້ປະໂຫຍດແກ່ເຮົາແລ້ວ ເພາະເຫັນແກ່ພຣະຄຣິດ.
Explore ຟີລິບປອຍ 3:7
Home
Bible
Plans
Videos