ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເຮົາກຽດຊັງການຢ່າຮ້າງ. ເຮົາກຽດຊັງເມື່ອຜູ້ໃດຜູ້ໜຶ່ງໃນພວກເຈົ້າ ເຮັດຮຸນແຮງເຊັ່ນນັ້ນຕໍ່ເມຍຂອງຕົນ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ ຈົ່ງແນ່ໃຈວ່າ ພວກເຈົ້າບໍ່ໄດ້ລະເມີດຄຳສັນຍາທີ່ວ່າຈະສັດຊື່ຕໍ່ເມຍຂອງຕົນ.