1
ຢາໂກໂບ 5:16
ພຣະຄຳພີສັກສິ
ພຄພ
ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາລະພາບຜິດຂອງຕົນຕໍ່ກັນແລະກັນ, ຈົ່ງພາວັນນາອະທິຖານເພື່ອກັນແລະກັນ, ເພື່ອເຈົ້າທັງຫລາຍຈະໄດ້ດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທຳມີຣິດສັກສິດເຮັດໃຫ້ເກີດຜົນ.
Compare
Explore ຢາໂກໂບ 5:16
2
ຢາໂກໂບ 5:13
ມີຜູ້ໃດໃນພວກເຈົ້າທົນທຸກຫລື ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ ມີຜູ້ໃດຊົມຊື່ນຍິນດີຫລື ໃຫ້ຜູ້ນັ້ນຮ້ອງເພງສັນລະເສີນ.
Explore ຢາໂກໂບ 5:13
3
ຢາໂກໂບ 5:15
ຄຳພາວັນນາອະທິຖານທີ່ປະກອບດ້ວຍຄວາມເຊື່ອ ຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ ແລະອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ ແລະຖ້າຜູ້ນັ້ນໄດ້ເຮັດຜິດເຮັດບາບ ພຣະອົງກໍຈະຊົງໂຜດອະໄພໃຫ້.
Explore ຢາໂກໂບ 5:15
4
ຢາໂກໂບ 5:14
ມີຜູ້ໃດເຈັບໄຂ້ໄດ້ປ່ວຍຫລື ຈົ່ງໃຫ້ຜູ້ນັ້ນເຊີນບັນດາເຖົ້າແກ່ໃນຄຣິສຕະຈັກ ມາພາວັນນາອະທິຖານສຳລັບຕົນ ແລະເອົານໍ້າມັນຊາໂລມທາຜູ້ນັ້ນ ໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ.
Explore ຢາໂກໂບ 5:14
5
ຢາໂກໂບ 5:20
ຈົ່ງຮູ້ວ່າ ຜູ້ທີ່ເຮັດໃຫ້ຄົນບາບຄົນໜຶ່ງຕ່າວຄືນມາຈາກທາງຜິດຂອງຕົນນັ້ນ ກໍໄດ້ຊ່ວຍຈິດວິນຍານຂອງຄົນນັ້ນໃຫ້ພົ້ນຈາກຄວາມຕາຍ ແລະທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະໄພ.
Explore ຢາໂກໂບ 5:20
Home
Bible
Plans
Videos