ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງຄອຍເຝົ້າເບິ່ງຊົນຊາດທັງຫລາຍທີ່ຢູ່ອ້ອມຮອບພວກເຈົ້າ ແລະພວກເຈົ້າກໍຈະປະຫລາດໃຈໃນສິ່ງທີ່ພວກເຈົ້າເຫັນ. ເຮົາກຳລັງຈະເຮັດໃນສິ່ງທີ່ພວກເຈົ້າຈະບໍ່ເຊື່ອ ເມື່ອພວກເຈົ້າໄດ້ຍິນກ່ຽວກັບເລື່ອງນັ້ນ.