1
ປະຖົມມະການ 45:5
ພຣະຄຳພີສັກສິ
ພຄພ
ບັດນີ້ ຢ່າເປັນທຸກໃຈຫລືກ່າວໂທດຕົນເອງທີ່ໄດ້ຂາຍຂ້ອຍມາທີ່ນີ້. ແມ່ນພຣະເຈົ້າ ທີ່ໄດ້ສົ່ງຂ້ອຍມານີ້ກ່ອນເພື່ອຊ່ວຍຊີວິດມະນຸດ.
Compare
Explore ປະຖົມມະການ 45:5
2
ປະຖົມມະການ 45:8
ດັ່ງນັ້ນ ຈຶ່ງບໍ່ແມ່ນພວກເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ ແຕ່ແມ່ນພຣະເຈົ້າຕ່າງຫາກທີ່ໄດ້ສົ່ງຂ້ອຍມາ. ພຣະອົງບັນດານໃຫ້ຂ້ອຍເປັນຂຸນນາງຜູ້ສຳຄັນຂອງກະສັດ. ຂ້ອຍເປັນຜູ້ຮັບຜິດຊອບປະເທດທັງໝົດຂອງເພິ່ນ. ຂ້ອຍເປັນຜູ້ປົກຄອງປະເທດເອຢິບທັງໝົດ.”
Explore ປະຖົມມະການ 45:8
3
ປະຖົມມະການ 45:7
ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຊ່ວຍຊີວິດຂອງພວກເຈົ້າໄວ້ແບບອັດສະຈັນ ກໍເພື່ອໃຫ້ແນ່ໃຈວ່າພວກເຈົ້າແລະເຊື້ອສາຍຈະມີຊີວິດຢູ່.
Explore ປະຖົມມະການ 45:7
4
ປະຖົມມະການ 45:4
ແລ້ວໂຢເຊັບກໍເວົ້າຕໍ່ໄປວ່າ, “ຈົ່ງຫຍັບເຂົ້າມາໃກ້ໆຂ້ອຍພີ້.” ພວກເຂົາຈຶ່ງຫຍັບເຂົ້າມາ ແລະເພິ່ນເວົ້າຕໍ່ໄປວ່າ, “ຂ້ອຍແມ່ນໂຢເຊັບນ້ອງຊາຍຂອງພວກເຈົ້າ ຜູ້ທີ່ພວກເຈົ້າໄດ້ຂາຍມາທີ່ປະເທດເອຢິບ.
Explore ປະຖົມມະການ 45:4
5
ປະຖົມມະການ 45:6
ດຽວນີ້ ເປັນພຽງປີທີສອງຂອງການອຶດຢາກທີ່ດິນແດນນີ້ເທົ່ານັ້ນ, ແຕ່ຍັງຈະມີອີກຫ້າປີທີ່ບໍ່ມີການປູກຝັງແລະການເກັບກ່ຽວ.
Explore ປະຖົມມະການ 45:6
6
ປະຖົມມະການ 45:3
ໂຢເຊັບກ່າວແກ່ພວກອ້າຍນ້ອງຂອງຕົນວ່າ, “ຂ້ອຍແມ່ນໂຢເຊັບ. ພໍ່ຂອງຂ້ອຍຍັງມີຊີວິດຢູ່ບໍ?” ແຕ່ພໍເມື່ອໄດ້ຍິນເຊັ່ນນັ້ນ ພວກອ້າຍນ້ອງຂອງໂຢເຊັບກໍຢ້ານຫລາຍ ຈົນບໍ່ສາມາດຕອບເພິ່ນໄດ້.
Explore ປະຖົມມະການ 45:3
Home
Bible
Plans
Videos