ກະສັດກ່າວຕໍ່ໂຢເຊັບວ່າ, “ດ້ວຍວ່າ ພຣະເຈົ້າໄດ້ສຳແດງທຸກສິ່ງນັ້ນແກ່ເຈົ້າ; ສະນັ້ນ ຈຶ່ງເປັນການຈະແຈ້ງແລ້ວວ່າ ບໍ່ມີຜູ້ໃດທີ່ເຂົ້າໃຈ ແລະມີສະຕິປັນຍາເທົ່າກັບເຈົ້າ. ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງປະເທດ ແລະປະຊາຊົນທຸກໆຄົນຂອງເຮົາຈະຕ້ອງເຮັດຕາມຄຳສັ່ງຂອງເຈົ້າ. ເວັ້ນແຕ່ຝ່າຍພຣະທີ່ນັ່ງເທົ່ານັ້ນ ທີ່ເຮົາຈະເປັນໃຫຍ່ກວ່າເຈົ້າ ເພາະເຮົາເປັນກະສັດ.