ພຣະອົງຍັງໃຫ້ພວກເຂົາມີສະຕິປັນຍາ ແລະຄວາມສາມາດໃນວຽກງານຫລາຍຢ່າງຄື: ວຽກງານຂອງນັກແກະສະຫລັກ, ນັກອອກແບບ, ນັກຫຍິບປັກຖັກແສ່ວຜ້າປ່ານເນື້ອລະອຽດດີ; ຕໍ່າຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ ແລະການຕໍ່າຜ້າຊະນິດອື່ນໆອີກດ້ວຍ. ພວກເຂົາມີຄວາມສາມາດເຮັດວຽກຊ່າງສີມືໄດ້ທຸກຢ່າງ ແລະເປັນຊ່າງທີ່ຊຳນິຊຳນານໃນການອອກແບບເຊັ່ນກັນ.”