ແລ້ວພຣະເຈົ້າຢາເວກໍຍ່າງຜ່ານໂມເຊໄປພ້ອມທັງປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າອົງເຕັມໄປດ້ວຍຄວາມເມດຕາແລະເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະຜູ້ສຳແດງຄວາມຮັກອັນໝັ້ນຄົງແລະສັດຊື່. ເຮົາຮັກສາພັນທະສັນຍາຂອງເຮົາຕະຫລອດໄປເຖິງພັນຊົ່ວເຊັ່ນຄົນ ທັງຍົກຜິດຍົກບາບໃຫ້ດ້ວຍ; ແຕ່ເຮົາບໍ່ອາດຈະລືມລົງໂທດລູກຫລານ ຂອງຜູ້ທີ່ເຮັດບາບຕໍ່ສູ້ເຮົາໄດ້ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ.”