ແລ້ວພຣະເຈົ້າຢາເວກໍກ່າວຕໍ່ໄປອີກວ່າ, “ເຮົາໄດ້ເຫັນປະຊາຊົນຂອງເຮົາ ຖືກກົດຂີ່ຢ່າງໃດແລ້ວຢູ່ໃນປະເທດເອຢິບ. ເຮົາໄດ້ຍິນພວກເຂົາຮ້ອງຫາເຮົາ ໃຫ້ຊ່ວຍກູ້ພວກເຂົາຈາກບັນດານາຍຄຸມຂອງພວກເຂົາ. ເຮົາຮູ້ເຫັນຄວາມທົນທຸກຂອງພວກເຂົາທຸກຢ່າງ. ສະນັ້ນ ເຮົາຈຶ່ງລົງມາຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການທາລຸນຂອງຊາວເອຢິບ; ເພື່ອນຳພາພວກເຂົາໄປສູ່ດິນແດນທີ່ອຸດົມສົມບູນ ແລະຮັ່ງມີບ່ອນທີ່ຊາວການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະຊາວເຢບຸດອາໄສຢູ່ໃນເວລານີ້.