YouVersion Logo
Search Icon

ອົບພະຍົບ 3:7-8

ອົບພະຍົບ 3:7-8 ພຄພ

ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ. ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.