YouVersion Logo
Search Icon

Popular Bible Verses from ອົບພະຍົບ 15

ແລ້ວ​ພວກເຂົາ​ກໍໄດ້​ມາ​ຮອດ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ ມາຣາ, ແຕ່​ນໍ້າ​ໃນ​ທີ່ນັ້ນ​ຂົມ​ຫລາຍ​ຈົນ​ດື່ມ​ບໍ່ໄດ້. ສະນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ ມາຣາ. ປະຊາຊົນ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ຖາມ​ເພິ່ນ​ວ່າ, “ພວກເຮົາ​ຈະ​ຫາ​ນໍ້າ​ມາ​ແຕ່​ໃສ​ດື່ມ?” ໂມເຊ​ຈຶ່ງ​ໄດ້​ໄຫວ້ວອນ​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ສຳແດງ​ໃຫ້​ໂມເຊ​ເຫັນ​ໄມ້​ທ່ອນ​ໜຶ່ງ. ໂມເຊ​ໄດ້​ຈັບ​ເອົາ​ໄມ້​ທ່ອນ​ນັ້ນ​ຖິ້ມ​ລົງ​ໃສ່​ນໍ້າ. ດັ່ງນັ້ນ ນໍ້າ​ຈຶ່ງ​ເຊົາ​ຂົມ​ແລະ​ດື່ມ​ໄດ້. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ກົດບັນຍັດ​ຕ່າງໆ​ເພື່ອ​ການ​ດຳເນີນ​ຊີວິດ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ທົດສອບ​ພວກເຂົາ​ດ້ວຍ.

Free Reading Plans and Devotionals related to ອົບພະຍົບ 15