1
2 ເປໂຕ 1:3-4
ພຣະຄຳພີສັກສິ
ພຄພ
ດ້ວຍເຫັນແລ້ວວ່າ ຣິດເດດຂອງພຣະເຈົ້າໄດ້ຊົງປະທານສິ່ງສາລະພັດແກ່ພວກເຮົາ ຊຶ່ງຈຳເປັນຕໍ່ຊີວິດ ແລະຕໍ່ການດຳເນີນຕາມທາງຂອງພຣະເຈົ້າ ໂດຍການຮູ້ຈັກພຣະອົງ ຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະຫງ່າຣາສີ ແລະຄວາມລໍ້າເລີດຂອງພຣະອົງເອງ. ດ້ວຍສິ່ງເຫຼົ່ານັ້ນ ພຣະອົງໄດ້ຊົງປະທານພຣະສັນຍາປະເສີດອັນໃຫຍ່ຫລວງແກ່ເຮົາທັງຫລາຍ ເພື່ອວ່າດ້ວຍສິ່ງເຫຼົ່ານີ້ ພວກເຈົ້າຈຶ່ງໜີພົ້ນໄດ້ຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ.
Compare
Explore 2 ເປໂຕ 1:3-4
2
2 ເປໂຕ 1:5-7
ເພາະເຫດນີ້ແຫຼະ ເຈົ້າທັງຫລາຍຈົ່ງອົດສາພະຍາຍາມຈົນສຸດກຳລັງ ເພື່ອຈະເອົາຄຸນຄວາມດີເພີ່ມຄວາມເຊື່ອ ແລະເອົາຄວາມຮູ້ເພີ່ມຄວາມດີ. ເອົາຄວາມຮູ້ຈັກບັງຄັບຕົນເພີ່ມຄວາມຮູ້ ເອົາຄວາມໝັ້ນໃຈເພີ່ມຄວາມບັງຄັບຕົນ ເອົາຄວາມເຫຼື້ອມໃສໃນພຣະເຈົ້າເພີ່ມຄວາມໝັ້ນໃຈ. ເອົາຄວາມຮັກພີ່ນ້ອງເພີ່ມຄວາມເຫຼື້ອມໃສໃນພຣະເຈົ້າ ແລະເອົາຄວາມຮັກຄົນທົ່ວໄປເພີ່ມຄວາມຮັກພີ່ນ້ອງ.
Explore 2 ເປໂຕ 1:5-7
3
2 ເປໂຕ 1:8
ດ້ວຍວ່າ, ຖ້າສິ່ງເຫຼົ່ານີ້ ມີຢູ່ໃນພວກເຈົ້າຢ່າງບໍຣິບູນແລ້ວ ກໍຈະເຮັດໃຫ້ພວກເຈົ້າເປັນຄົນດຸໝັ່ນ ແລະເກີດຜົນໃນການຮູ້ຈັກອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ.
Explore 2 ເປໂຕ 1:8
4
2 ເປໂຕ 1:10
ເພາະສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດສາພະຍາຍາມຫລາຍກວ່າເກົ່າ ເຮັດໃຫ້ຕົນເອງເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ. ເພາະວ່າ ຖ້າເຮັດຢ່າງນັ້ນແລ້ວ ພວກເຈົ້າກໍຈະບໍ່ສະດຸດລົ້ມລົງຈັກເທື່ອ.
Explore 2 ເປໂຕ 1:10
Home
Bible
Plans
Videos